ພໍ່ເຖົ້າສີລົມກັບຂ້ອຍດ້ວຍພາສາມື

2022-08-26 17:56:17 cri

   



ວັນທີ 25 ສິງຫາ 2022 ເປັນວັນປ້ອງກັນການເປັນພິການແຫ່ງຊາດຈີນຄົບຮອບ 6 ປີ, ຄຳຂວັນປີນີ້ແມ່ນ “ເຜີຍແຜ່ຄວາມຮູ້ດ້ານການປ້ອງກັນການເປັນພິການ, ສ້າງປະເທດຈີນທີ່ມີສຸຂະພາບເຂັ້ມແຂງ”. ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເອົາໃຈໃສ່ຄົນພິການເປັນພິເສດມາໂດຍຕະຫຼອດ. ຕໍ່ໄປແມ່ນເລື່ອງລາວກ່ຽວກັບທ່ານສີຈິ້ນຜິງເອົາໃຈໃສ່ຄົນພິການ.

 



ສຳລັບພາສາມື, ຍົກໂປ້ ໝາຍຄວາມວ່າ ດີ, ງໍໂປ້ ໝາຍຄວາມວ່າ “ຂອບໃຈ”. ກ່ອນບຸນກຸດຈີນປີ2014ຈະໝູນວຽນມາເຖິງ, ທ່ານສີຈິ້ນຜິງໄດ້ເດີນທາງໄປເຖິງໂຮງລ້ຽງເດັກກຳພອຍນະຄອນຮໍຮອດ ເຂດປົກຄອງຕົນເອງມົງໂກໃນ, ເພື່ອຢ້ຽມຢາມເດັກນ້ອຍທີ່ດຳລົງຊີວິດຢູ່ທີ່ແຫ່ງນີ້. ນາງຫວາງຢານີ ເດັກຍິງຫູໜວກປາກກືກໄດ້ຍົກໂປ້ເບື້ອງຂວາຂຶ້ນແລ້ວງໍລົງ, ເພື່ອເປັນການສະແດງຄວາມ “ຂອບໃຈ” ນຳທ່ານສີຈິ້ນຜິງ. ທ່ານສີຈິ້ນຜິງກໍໄດ້ຮຽນເຮັດນຳດ້ວຍຮ້ອຍຍິ້ມທີ່ເປັນກັນເອງ.

 

   ເຖິງວ່າເວລາຜ່ານໄປໄດ້ 8 ປີແລ້ວ, ແຕ່ນາງຫວາງຢານີຍັງຈື່ຈຳໄດ້ຢ່າງຄັກແນ່ກ່ຽວກັບທຸກສະພາບການທີ່ເກີດຂຶ້ນໃນການພົບປະຄັ້ງນັ້ນ. ນາງບອກວ່າ: “ຕອນພົບເຫັນພໍ່ເຖົ້າສີ ຂ້ອຍຈື່ເພິ່ນໄດ້ທັນທີເລີຍ, ຮູ້ສຶກຕື່ນເຕັ້ນດີໃຈທີ່ສຸດ. ເພາະບໍ່ນຶກເລີຍວ່າພໍ່ເຖົ້າສີຈະເດີນທາງມາຢາມພວກເຮົາເປັນການສະເພາະ.”

 

ນາງຫວາງຢານີໃຫ້ຮູ້ຕື່ມວ່າ: “ພໍ່ເຖົ້າສີໄດ້ຈັບມືກັບຂ້ອຍຢ່າງສະໜິດສະໜົມ ເພິ່ນຍັງໄດ້ເປີດເບິ່ງປຶ້ມພາສາມື ແລະປຶ້ມຮູບຖ່າຍຂອງຂ້ອຍທີ່ວາງຢູ່ເທິງຖ້ານປຶ້ມ. ເຖິງຈະບໍ່ສາມາດຟັງຄຳເວົ້າທີ່ອົບອຸ່ນຂອງທ່ານສີຈິ້ນຜິງດ້ວຍຕົນເອງໄດ້, ແຕ່ນາງຫວາງຢານີຍັງຮູ້ສຶກໄດ້ເຖິງຄວາມອົບອຸ່ນຂອງທ່ານສີຈິ້ນຜິງຜ່ານຈາກຝາມືອັນອົບອຸ່ນແລະຮອຍຍິ້ມທີ່ເປັນກັນເອງຂອງເພິ່ນ.

 

ເວລາກ່າວຄຳລາ, ທ່ານສີຈິ້ນຜິງຍັງໄດ້ໃຫ້ກຳລັງໃຈແກ່ນາງຫວາງຢານີວ່າ:ຈົ່ງດຸໝັ່ນຮ່ຳຮຽນແລະປະສົບຜົນສຳເລັດທີ່ດີໃນການຮຽນໃຫ້ໄດ້, ນາງຫວາງຢານີ ກໍຟ້າວສະແດງຄວາມຂອບໃຈດ້ວຍພາສາມື, ບໍ່ນຶກເລີຍວ່າ: ທ່ານສີຈິ້ນຜິງກໍຕອບດ້ວຍພາສາມືເຊັ່ນດຽວກັນ. ນາງຫວາງຢານີເວົ້າວ່າ: ພໍ່ເຖົ້າສີລົມກັບຂ້ອຍດ້ວຍພາສາມື, ເຊິ່ງເຮັດໃຫ້ຂ້ອຍຮູ້ສຶກວ່າ:ເພິ່ນປຽບເໝືອນຄົນໃນຄອບຄົວແລະຍາດຕິພີ່ນ້ອງຂອງຂ້ອຍ.

 



ທ່ານສີຈິ້ນຜິງຢ້ຽມຢາມແລະຖ່າຍຮູບຮ່ວມກັບພວກເດັກນ້ອຍໃນໂຮງລ້ຽງເດັກກຳພອຍ

 

   ພາຍຫຼັງມາ, ນາງຫວາງຢານີໄດ້ຮູ້ຂ່າວຈາກໝູ່ວ່າ: ຢູ່ຫ້ອງຝຶກຊ້ອມ, ໝູ່ເພື່ອນເດັກນ້ອຍທີ່ກຳລັງຝຶກຊ້ອມສະແດງລາຍການສິລະປະເພື່ອສະຫຼອງບຸນກຸດຈີນນັ້ນໄດ້ຢືນຫ້ອມລ້ອມພໍ່ເຖົ້າສີເພື່ອແນະນຳຕົນເອງ. ນາງຫວາງຢານີບອກໃຫ້ຮູ້ວ່າ: “ທຸກຄົນເວົ້າແບບອຶອຶອະອະ, ແຕ່ວ່າ ພໍ່ເຖົ້າສີໄດ້ຟັງຈົນຈົບດ້ວຍຄວາມອົດທົນ, ເພິ່ນຍັງໄດ້ອູ້ມເດັກນ້ອຍຜູ້ໜຶ່ງຂຶ້ນມາ ແລະຊົມການສະແດງຂອງເດັກນ້ອຍທັງຫຼາຍ.”

 

ນາງຫວາງຢານີໃຫ້ຮູ້ຕື່ມວ່າ: “ພໍ່ເຖົ້າສີເວົ້າວ່າ, ຫວັງວ່າ ເດັກນ້ອຍຢູ່ໂຮງລ້ຽງເດັກກຳພອຍຈະດຳລົງຊີວິດຢ່າງປອດໃສ ແລະເຕີບໃຫຍ່ຂຶ້ນຢ່າງມີຄວາມສຸກ ຄືກັນກັບເດັກນ້ອຍທຸກຄົນໃນທົ່ວປະເທດ. ທຸກຄຳເວົ້າແລະການເຄື່ອນໄຫວຂອງເພິ່ນລ້ວນແຕ່ບອກໃຫ້ພວກເຮົາຮູ້ວ່າ: ພວກເຮົາບໍ່ແມ່ນກຸ່ມຄົນພິເສດຫຍັງ, ແຕ່ແມ່ນເດັກນ້ອຍເປັນທີ່ຮັກແພງຂອງເພິ່ນໝົດ.”

 

ນາງຫວາງຢານີມີຄວາມຝັນຢາກເປັນຄູມາຕັ້ງແຕ່ຍັງນ້ອຍ, ການພົບປະກັບພໍ່ເຖົ້າສີເທື່ອນັ້ນໄດ້ກາຍເປັນການໃຫ້ກຳລັງໃຈຢ່າງຫຼວງຫຼາຍແກ່ນາງ. ທຸກຄືນ, ນາງໄດ້ດຸໝັ່ນຮຽນໜັງສືຈົນເດິກ, ພະຍາຍາມສູ້ຊົນເພື່ອໃຫ້ສົມກັບຄຳສັ່ງສອນຂອງພໍ່ເຖົ້າສີ.

 

ປັດຈຸບັນ, ນາງຫວາງຢານີ ໄດ້ກ້າວຂຶ້ນເປັນຄູສອນຂອງໂຮງຮຽນການສຶກສາພິເສດນະຄອນຮໍຮອດ, ເພື່ອຊ່ວຍເດັກນ້ອຍພິການຫຼາຍກວ່າເກົ່າ ປ່ຽນແປງຊາຕາກຳຂອງຕົນ. ນາງກ່າວວ່າ: “ດຽວນີ້, ຄຳວ່າ ‘ດຸໝັ່ນຮ່ຳຮຽນແລະປະສົບຜົນສຳເລັດໃນການຮຽນ’ ໄດ້ກາຍເປັນຄຳເວົ້າທີ່ຂ້ອຍເວົ້າຫຼາຍທີ່ສຸດກັບພວກນັກຮຽນ. ຄວາມປາຖະໜາຂອງພໍ່ເຖົ້າສີໃນປີນັ້ນ ກໍໄດ້ກາຍເປັນເປົ້າໝາຍສູ້ຊົນຂອງຂ້ອຍໃນການເຮັດວຽກທຸກມື້ນີ້. ”

 



ທ່ານສີຈິ້ນຜິງໄດ້ມອບຕຸກກະຕາເປັນຂອງຂວັນສຳລັບເດັກນ້ອຍໃນໂຮງລ້ຽງເດັກກຳພອຍນະຄອນຮໍຮອດເນື່ອງໃນໂອກາດບຸນກຸດຈີນຈະມາເຖິງ

 

ບໍ່ສະເພາະແຕ່ນາງຫວາງຢານີເທົ່ານັ້ນ, ຢູ່ໂຮງລ້ຽງເດັກກຳພອຍນະຄອນຮໍຮອດ, ນາງເຝີງຢວີ້ລຽນ ເດັກຍິງພິການທາງສະໝອງ ທີ່ທ່ານສີຈິ້ນຜິງໄດ້ມອບຕຸກກະຕາເປັດສີເຫຼືອງໃຫ້ນັ້ນ, ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານ, ນາງໄດ້ຮັບການຜ່າຕັດແລະຟື້ນຟູສຸຂະພາບ, ດຽວນີ້ສາມາດຍ່າງດ້ວຍຕົນເອງໄດ້ສອງສາມບາດກ້າວແລ້ວ. ທ້າວເມີ້ງທ່ຽນຢວີ ເດັກຊາຍທີ່ສະແດງລາຍການສິລະປະເພື່ອສະຫຼອງບຸນກຸດຈີນໃຫ້ທ່ານສີຈິ້ນຜິງຮັບຊົມນັ້ນ ໄດ້ເສັງເຂົ້າໂຮງຮຽນຄົນພິການທາງສາຍຕາຊິງຕາວແຂວງຊ່ານຕຸ່ງ, ຮູບແບບການຄຸ້ມຄອງແບບ “ຄອບຄົວຈຳລອງ” ທີ່ໄດ້ຮັບການຍ້ອງຍໍຊົມເຊີຍຈາກທ່ານສີຈິ້ນຜິງນັ້ນ, ໂຮງລ້ຽງເດັກກຳພອຍໄດ້ສືບທອດປະຕິບັດກັນມາໂດຍຕະຫຼອດໂດຍມອບຄວາມຮັກແບບຄອບຄົວໃຫ້ເດັກກຳພອຍແລະເດັກພິການທັງຫຼາຍ.

 

ທ່ານສີຈິ້ນຜິງໄດ້ໃຫ້ຄວາມສົນໃຈແລະເອົາໃຈໃສ່ຄົນພິການເປັນພິເສດມາໂດຍຕະຫຼອດ.

 

   ທ່ານສີຈິ້ນຜິງເວລາໃດກໍຖືເອົາການຫຼຸດພົ້ນອອກຈາກຄວາມທຸກຍາກຕາມກຳນົດເວລາຂອງຄົນພິການເປັນເນື້ອໃນສຳຄັນແລະຕົວຊີ້ວັດສຳຄັນໃນການເອົາຊະນະບັ້ນລຶບລ້າງຄວາມທຸກຍາກ, ຊ່ວຍເຫຼືອຄົນພິການເພື່ອພ້ອມກັນມຸ່ງໜ້າໄປສູ່ສັງຄົມອີ່ມໜຳສຳລານ, ເພິ່ນກ່າວວ່າ: “ການສ້າງສັງຄົມອີ່ມໜຳສຳລານໃຫ້ສຳເລັດຮອບດ້ານໃນປີ2020 ແມ່ນບໍ່ໃຫ້ປະຄົນພິການຜູ້ໃດໄວ້ຢູ່ຂ້າງຫຼັງ.”

 

ທ່ານສີຈິ້ນຜິງແມ່ນຮູ້ດີກ່ຽວກັບຄວາມຫຍຸ້ງຍາກພິເສດຂອງຄົນພິການ, ເພິ່ນໄດ້ວາງແຜນລະອຽດເພື່ອຊ່ວຍເຫຼືອຄົນພິການຢ່າງຖືກເປົ້າໝາຍ, ເພິ່ນກ່າວເນັ້ນໜັກວ່າ: “ຕ້ອງປະຕິບັດມາດຕະການຊ່ວຍເຫຼືອຢ່າງຖືກເປົ້າໝາຍ, ທຸ້ມເທເງິນທຶນເຂົ້າໃນການຊ່ວຍເຫຼືອຢ່າງມີຈຸດສຸມເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກພິເສດຂອງກຸ່ມຄົນພິເສດ.”

 

ທ່ານສີຈິ້ນຜິງໄດ້ຊົມເຊີຍບົດບາດສຳຄັນຂອງຄົນພິການ ແລະໄດ້ໃຫ້ກຳລັງໃຈແກ່ເຂົາເຈົ້າພະຍາຍາມຮ່ວມກັນເພື່ອບັນລຸຄວາມໃຝ່ຝັນຂອງຈີນ, ເພິ່ນກ່າວວ່າ: “ຄົນປົກກະຕິແມ່ນສາມາດສ້າງຜົນງານທີ່ໂດດເດັ່ນໃນຊີວິດຂອງຕົນໄດ້, ສ່ວນຄົນພິການກໍສາມາດສ້າງຜົນງານທີ່ໂດດເດັ່ນໃນຊີວິດຂອງຕົນໄດ້ເຊັ່ນດຽວກັນ.”

 

ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: “ການເຮັດໃຫ້ຄົນພິການທັງຫຼາຍຢູ່ເຢັນເປັນສຸກ, ເຫຼືອຢູ່ເຫຼືອກິນແລະມີຊີວິດການເປັນຢູ່ທີ່ດີ ເປັນສິ່ງສຳຄັນທີ່ສ່ອງແສງໃຫ້ເຫັນເຖິງຈຸດປະສົງຂອງພັກໃນການຮັບໃຊ້ປະຊາຊົນຢ່າງສຸດໃຈ, ເປັນຄວາມຮຽກຮ້ອງທີ່ຈຳເປັນຂອງລະບອບສັງຄົມນິຍົມຂອງປະເທດເຮົາ.”

 

ພາຍໃຕ້ການນຳພາຂອງສູນກາງພັກກອມມູນິດຈີນທີ່ມີສະຫາຍສີຈິ້ນຜິງເປັນແກນນຳ, ວຽກງານຄົນພິການຂອງຈີນໄດ້ຮັບຜົນສຳເລັດທີ່ດີ.

 

ລະບຽບການກ່ຽວກັບການຮັບປະກັນຄົນພິການມີຄວາມຮັດກຸມກວ່າເກົ່າ: ມາຮອດທ້າຍປີ2021, ລະບຽບການອຸດໜູນຄົນພິການສອງປະການໄດ້ສ້າງຜົນປະໂຫຍດໃຫ້ກັບຄົນພິການຜູ້ທຸກຍາກແລະຄົນພິການໜັກຫຼາຍກວ່າ 26 ລ້ານຄົນ,  ຄົນພິການ 10 ລ້ານກວ່າຄົນໄດ້ເຂົ້າເຖິງລະບົບຮັບປະກັນຊີວິດການເປັນຢູ່ຂັ້ນຕ່ຳສຸດ, ຄົນພິການທີ່ໄດ້ຮັບການຄຸ້ມຄອງໃນລະບົບປະກັນຄ່າລ້ຽງຊີບຜູ້ເຖົ້າຂັ້ນພື້ນຖານໃນຕົວເມືອງແລະຊົນນະບົດ ກວມຫຼາຍກວ່າ 90%, ຈຳນວນຄົນພິການທີ່ໄດ້ຮັບການຄຸ້ມຄອງໃນລະບົບປະກັນສຸຂະພາບຂັ້ນພື້ນຖານກວມຫຼາຍກວ່າ 95%.

 

“ສິ່ງກຳບັງ” ປ້ອງກັນຄົນພິການນັບມື້ນັບສົມບູນຂຶ້ນ, ມາຮອດປັດຈຸບັນ,  ມີກົດໝາຍ 90 ກວ່າສະບັບ ແລະກົດລະບຽບບໍລິຫານ 50 ກວ່າສະບັບໄດ້ໃຫ້ການປົກປ້ອງທາງດ້ານກົດໝາຍແກ່ຄົນພິການ, ລະບົບລະບຽບການຕ່າງໆກ່ຽວກັບການຮັບປະກັນສິດຜົນປະໂຫຍດຂອງຄົນພິການກຳລັງເປັນຮູບເປັນຮ່າງຂຶ້ນ.

 

ເສັ້ນທາງແຫ່ງການນຳຕາມຄວາມຝັນນັບມື້ນັບກວ້າງຂວາງກວ່າເກົ່າ. ໃນໄລຍະປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ13 ( ປີ2016-ປີ2020 ), ທົ່ວປະເທດຈີນມີຄົນພິການ 57.477 ຄົນ ໄດ້ຖືກສະຖາບັນການສຶກສາຊັ້ນສູງທົ່ວໄປຮັບເອົາເຂົ້າເປັນນັກສຶກສາ ແລະຄົນພິການປະກອບອາຊີບໄດ້ເພີ່ມຂຶ້ນ 1,8 ລ້ານກວ່າຄົນ.

 

ຮ່ວມແຮງຮ່ວມມືກັນເພື່ອຮ່ວມກັນຊົມໃຊ້ແສງແດດນຳກັນ.

 

ຄວາມໃຝ່ຝັນທີ່ຄົນພິການສາມາດມີຊີວິດການເປັນຢູ່ທີ່ມີກຽດສັກສີກວ່າເກົ່າ, ມີຄວາມອຸດົມຮັ່ງມີກວ່າເກົ່າ ແລະມີຄວາມສຸກຫຼາຍກວ່າເກົ່າຄືກັນກັບຄົນປົກກະຕິນັ້ນກຳລັງປາກົດຜົນເປັນຈິງ.