ທາງລົດໄຟຄວາມໄວສູງຈາກະຕາ-ບັນດຸງສຳເລັດການສ້າງເສັ້ນທາງກ່າຍຂົວທັງໝົດ

2022-08-27 18:16:00 cri


ຕອນຄ່ຳວັນທີ25ສິງຫານີ້,ໂຄງການອຸມົງ2ຕາມທາງລົດໄຟຄວາມໄວສູງຈາກະຕາ-ບັນດຸງ ຂອງອິນໂດເນເຊຍ ທີ່ເປັນໂຄງການສັນຍະລັກ “ໜຶ່ງແລວໜຶ່ງເສັ້ນທາງ”ທີ່ຮັບເໝົາກໍ່ສ້າງໂດຍວິສາຫະກິດຈີນໄດ້ສ້າງສຳເລັດຢ່າງໂລ່ງລ່ຽນ,ເຊິ່ງໄດ້ສ້າງເສັ້ນທາງກ່າຍຂົວໃຫ້ສຳເລັດທັງໝົດ, ນີ້ເປັນຂີດໝາຍສະແດງໃຫ້ເຫັນວ່າ ກິດຈະການຈຸດໜັກຕາມທາງລົດໄຟຄວາມໄວສູງຈາກະຕາ-ບັນດຸງໄດ້ສ້າງສຳເລັດໝົດແລ້ວ.

ທາງລົດໄຟຄວາມໄວສູງຈາກະຕາ-ບັນດຸງໄດ້ເຊື່ອມຕໍ່ນະຄອນຫຼວງຈາກະຕາແລະນະຄອນບຸນດຸງເມືອງໃຫຍ່ທີ4ຂອງອິນໂດ ເນເຊຍ,ມີຄວາມຍາວທັງໝົດ142ກິໂລແມັດ, ຄວາມໄວສູງສຸດຕາມການອອກແບບແມ່ນ 350ກິໂລແມັດຕໍ່ຊົ່ວໂມງ,ແມ່ນໂຄງການສັນຍະລັກໃນການສ້າງ“ໜຶ່ງ ແລວໜຶ່ງເສັ້ນທາງ”ແລະການຮ່ວມມືທີ່ຕິດແທດຕົວຈິງລະຫວ່າງຈີນກັບອິນໂດເນເຊຍ,ທັງແມ່ນໂຄງການກໍ່ສ້າງທາງລົດໄຟຄວາມໄວສູງແບບຈີນຢູ່ຕ່າງປະເທດທີ່ມີລະບົບຄົບຖ້ວນປັດໄຈຄົບ ຖ້ວນແລະຕ່ອງໂສ້ອຸດສາຫະກຳຄົບຖ້ວນເທື່ອທຳອິດ. ຫຼັງຈາກສ້າງສຳເລັດແລ້ວ,ເວລາການເດີນທາງຈາກຈາກະຕາຫາບັນດຸງ ຈະຈາກ3ຊົ່ວໂມງກວ່າຫຼຸດລົງຮອດ 40 ນາທີ.