ອັງກິດປັບເພດານລາຄາພະລັງງານປະຈຳປີຂຶ້ນ 80% ປະຊາຊົນມີຄວາມເປັນຫ່ວງທີ່ສຸດຕໍ່ອະນາຄົດ

2022-08-27 16:25:18 cri


ວັນທີ 26 ສິງຫານີ້, ອົງການຕິດຕາມຄຸ້ມຄອງພະລັງງານຂອງອັງກິດປະກາດວ່າ: ເລີ່ມແຕ່ເດືອນຕຸລາປີ 2022 ເປັນຕົ້ນໄປ, ເພດາລາຄາພະລັງງານປະຈຳປີຂອງຄອບຄົວທົ່ວໄປຂອງອັງກິດຈະປັບຂຶ້ນ 80%ຢ່າງຫຼວງຫຼາຍ.

ຍ້ອນໄດ້ຮັບຜົນກະທົບຈາກການທີ່ອາເມຣິກາແລະປະເທດຕາເວັນຕົກລົງໂທດຣັດເຊຍຢ່າງຕໍ່ເນື່ອງນັບແຕ່ຣັດເຊຍ-ອູແກຣນເກີດການປະທະກັນເປັນຕົ້ນມາ, ຕະຫຼາດພະລັງງານໃນທົ່ວໂລກໄດ້ເກີດມີຄວາມປັ່ນປ່ວນ ເຊິ່ງເຮັດໃຫ້ລາຄາພະລັງງານຢູ່ອັງກິດເພີ່ມສູງຂຶ້ນເລື້ອຍໆ. ປະຊາຊົນອັງກິດມີຄວາມເປັນຫ່ວງແລະຄວາມກັງວົນຕໍ່ລະດູໜາວທີ່ໃກ້ຈະໝູນວຽນມາເຖິງນີ້.

ພາຍຫຼັງອົງການຕິດຕາມຄຸ້ມຄອງພະລັງງານຂອງອັງກິດປະກາດປັບເພດານລາຄາພະລັງງານປະຈຳປີຂອງຄອບຄົວທົ່ວໄປຂຶ້ນຢ່າງຫຼວງຫຼາຍແລ້ວ, ທ່ານຊາດິກ ຄານ ເຈົ້າຄອງນະຄອນຫຼວງລອນດອນຂອງອັງກິດໄດ້ກ່າວເຕືອນໃນສື່ສັງຄົມອອນໄລວ່າ: ຖ້າວ່າລັດຖະບານອັງກິດບໍ່ສາມາດນຳອອກປະຕິບັດນະໂຍບາຍສະໜັບສະໜູນເສດຖະກິດ, ວິກິດການພະລັງງານໃນປັດຈຸບັນຈະມີຜົນກະທົບຕໍ່ຄອວຄົວຊາວອັງກິດບໍ່ດ້ອຍກວ່າວິກິດການການເງິນສາກົນປີ 2008.