“ກິດຈະກຳແລກປ່ຽນແລະວາງສະແດງຮູບພາບຈີນ-ຣັດເຊຍ”ເລີ່ມຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງປະເທດຈີນ

2022-08-27 17:53:52 cri


“ກິດຈະກຳແລກປ່ຽນແລະວາງສະແດງຮູບພາບຈີນ-ຣັດເຊຍ”ເຊິ່ງແມ່ນວິທະຍຸໂທລະພາບສູນກາງຈີນແລະສະຖານທູດຣັດເຊຍປະຈຳຈີນເປັນເຈົ້າພາບຮ່ວມໄດ້ເລີ່ມຈັດຂຶ້ນໃນວັນທີ 26 ສິງຫານີ້.


ໃນໄລຍະຈັດ“ກິດຈະກຳແລກປ່ຽນແລະວາງສະແດງຮູບພາບຈີນ-ຣັດເຊຍ”,CGTN ຂອງວິທະຍຸໂທລະພາບສູນກາງຈີນຈະສະໜອງຟີມບັນທຶກ ຟີມຫົວຂໍ້ສະເພາະແລະການລາຍງານຂ່າວສຳຄັນຕ່າງໆທີ່ດີເດ່ັນຈຳນວນໜຶ່ງໃຫ້ຝ່າຍຣັດເຊຍ.ລວມທັງ “ສະຕິປັນຍາຈີນໃນກະລາຊິກ”, “ຖອດລະຫັດເວລາ 10 ປີ”, “ເບິ່ງປະເທດຈີນ”ແລະລາຍການດີເດ່ັນອື່ນໆຈະອອກອາກາດຢູ່ສື່ຫຼັກຂອງຣັດເຊຍເຊັ່ນ:ບໍລິສັດໂທລະພາບວິທະຍຸແຫ່ງຊາດຣັດເຊຍ, ຂ່າວສານສາກົນຣັດເຊຍໃນຊູ່ມື້ນີ້ແລະອື່ນໆເພື່ອສະແດງປະເທດຈີນທີ່ແທ້ຈິງຕໍ່ຜູ້ຊົມຣັດເຊຍຢ່າງຮອບດ້ານ.



ຈີນ-ຣັດເຊຍທັງສອງຝ່າຍກ່າວວ່າ:ຈະຖືເອົາ “ກິດຈະກຳແລກປ່ຽນແລະ ວາງສະແດງຮູບພາບຈີນ-ຣັດເຊຍ”ເປັນໂອກາດ,ລົງເລິກການແລກປ່ຽນ ແລະການຮ່ວມມືດ້ານສື່ມວນຊົນລະຫວ່າງຈີນ-ຣັດເຊຍຢ່າງບໍ່ຢຸດຢັ້ງ,ຊຸກຍູ້ຄວາມ ເຂົ້າໃຈກັນລະຫວ່າງປະຊາຊົນສອງຊາດຈີນ-ຣັດເຊຍຕື່ມອີກ,ເພີ່ມທະວີມິດຕະ ພາຍທີ່ມີມູນເຊື້ອລະຫວ່າງສອງຊາດຈີນ-ຣັດເຊຍ.



ພາຍຫຼັງ “ກິດຈະກຳແລກປ່ຽນແລະວາງສະແດງຮູບພາບຈີນ-ຣັດເຊຍ”ສິ້ນ ສຸດລົງແລ້ວ,ສະຖານທູດຣັດເຊຍໄດ້ຈັດພິທີມອບ “ຫຼຽນໄຊມິດຕະພາບ”ໃຫ້ແກ່ ທ່ານເຊິ້ນໄຫສົງ ຜູ້ອຳນວຍການໃຫຍ່ທັງເປັນຫົວໜ້າບັນນາທິການວິທະຍຸໂທລະພາບສູນກາງຈີນ”.