ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 19 ຈະຈັດຂຶ້ນຢູ່ນະຄອນ ນານໜິງເຂດກວາງຊີຈີນລະຫວ່າງວັນທີ 16 ຫາ 19 ກັນຍາໜ້ານີ້

2022-08-27 16:34:17 cri


ວັນທີ 26 ສິງຫານີ້, ກອງປະຊຸມຖະແຫຼງຂ່າວກ່ຽວກັບປະເທດ ກິດຕິມະສັກຂອງງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 19 ແຈ້ງໃຫ້ຮູ້ວ່າ: ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 19 ຈະຈັດຂຶ້ນຢູ່ນະຄອນນານໜິງ ເຂດກວາງຊີຈີນລະຫວ່າງວັນທີ 16 ຫາ 19 ກັນຍາໜ້ານີ້, ມະເລເຊຍ ຈະເປັນປະເທດກິດຕິມະສັກຂອງງານວາງສະແດງເປັນຄັ້ງທີສອງ.

ທ່ານນາງເວີຍຈ່າວຮຸ່ຍ ເລຂາທິການໃຫຍ່ຂອງກອງເລຂາງານວາງສະແດງ ສິນຄ້າຈີນ-ອາຊຽນກ່າວວ່າ: ໃນ 18 ປີທີ່ງານວາງສະແດງສິນຄ້າຈີນ-ອາຊຽນໄດ້ ຈັດຂຶ້ນຢ່າງສຳເລັດຜົນມານີ້, ຜູ້ນຳຫຼາຍທ່ານຂອງມະເລເຊຍໄດ້ເຂົ້າຮ່ວມງານ, ບຸກຄົນທີ່ດີເດັ່ນໃນວົງການການຄ້າໄດ້ເຂົ້າຮ່ວມງານຢ່າງຕັ້ງໜ້າ, ວິສາຫະກິດ ມະເລເຊຍທີ່ເຂົ້າຮ່ວມການວາງສະແດງມີທັງໝົດ 2.100 ກວ່າແຫ່ງ, ໄດ້ເຊັນ ສັນຍາໃນໂຄງການການຮ່ວມມືທີ່ສຳຄັນຈຳນວນໜຶ່ງ,ໂຄງການຮ່ວມມື“ສອງຊາດສອງເຂດນິຄົມ”ຈີນ-ມະເລເຊຍໄດ້ກາຍເປັນໂຄງການຕົວແບບໃນການຮ່ວມກັນ ສ້າງ“ໜຶ່ງແລວໜຶ່ງເສັ້ນທາງ”.

ອີງຕາມການແນະນຳໃຫ້ຮູ້,ງານວາງສະແດງຄັ້ງນີ້ຈະເຊື້ອເຊີນຜູ້ນຳມະເລເຊຍກ່າວຄຳປາໄສຜ່ານທາງວິດີໃນພິທີເປີດງານ,ໃນໄລຍະຈັດງານ,ຈະຈັດກິດຈະກຳ ກ່ຽວກັບປະເທດກິດຕິມະສັກທີ່ຫຼາກຫຼາຍສີສັນ,ຈັດບ່ອນວາງສະແດງສະພາບການພັດທະນາກໍ່ສ້າງ“ສອງຊາດສອງເຂດນິຄົມ”ຈີນ-ມະເລເຊຍຄົບຮອບ 10 ປີ, ພ້ອມທັງຈັດກອງປະຊຸມເວທີປຶກສາຫາລືການຍົກລະດັບການພັດທະນາ “ສອງ ຊາດສອງເຂດນິຄົມ”ຈີນ-ມະເລເຊຍ, ກອງປະຊຸມເວທີປຶກສາຫາລືການພັດທະນາ ອຸດສາຫະກຳນ້ຳມັນປາມຈີນ-ມະເລເຊຍແລະກິດຈະກຳອື່ນໆ ເພື່ອຊຸກຍູ້ໃຫ້ການ ຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນກັບມະເລເຊຍພັດທະນາເຂົ້າສູ່ລວງ ເລິກ.