ທ່ານສີຈິ້ນຜິງຂຽນຈົດໝາຍຕອບຄືນຜູ້ຊ່ຽວຊານຕ່າງປະເທດຂອງສຳນັກພິມຈຳໜ່າຍພາສາຕ່າງປະເທດ

2022-08-27 18:24:03 cri


ວັນທີ 25 ສິງຫານີ້,ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ຂຽນຈົດໝາຍຕອບຄືນຜູ້ຊ່ຽວຊານຕ່າງປະເທດຂອງສຳນັກພິມຈຳໜ່າຍພາສາຕ່າງປະເທດເພື່ອສະແດງຄວາມຢື້ຢາມຖາມຂ່າວຢ່າງສຸດໃຈຕໍ່ຜູ້ປະຕິບັດງານທົ່ວສຳນັກເນື່ອງໃນໂອກາດວັນສ້າງຕັ້ງສຳນັກພິມຈຳໜ່າຍພາສາຕ່າງປະເທດຄົບຮອບ 70 ປີແລະໃຫ້ກຳລັງໃຈແກ່ຜູ້ຊ່ຽວຊານຕ່າງປະເທດທັງຫຼາຍຢ່າງອົບອຸ່ນ.


ທ່ານປະທານສີຈິ້ນຜິງຊີ້ອອກວ່າ:ການແປພາສາແມ່ນວຽກງານສຳຄັນທີ່ຊຸກຍູ້ການແລກປ່ຽນລະຫວ່າງອາລິຍະທຳຂອງມະນຸດ.ຜ່ານການແປພາສາແລະແນະນຳທີ່ຖືກຕ້ອງແລະມີຊີວິດຊີວາ,ເຮັດໃຫ້ໂລກຮູ້ຈັກປະເທດຈີນໃນຍຸກໃໝ່ໄດ້ດີກວ່າເກົ່າ,ມີຄວາມໝາຍຫຼາຍຕໍ່ການຊຸກຍູ້ການແລກປ່ຽນແລະຖອດຖອນບົດຮຽນເຊິ່ງກັນແລະກັນລະຫວ່າງອາລິຍະທຳຈີນແລະຕ່າງປະເທດ.


ທ່ານສີຈິ້ນຜິງກ່າວວ່າ:ຜູ້ຊ່ຽວຊານທັງຫຼາຍເຮັດວຽກຢູ່ຈີນເປັນເວລາຍາວນານ,ມີຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ປະຫວັດສາດວັດທະນະທຳ ຈຸດພິເສດຂອງຊົນຊາດແລະຂະບວນການພັດທະນາຂອງຈີນ.ຫວັງວ່າພວກທ່ານຈະສືບຕໍ່ເສີມຂະຫຍາຍທ່າແຮງຂອງຕົນ,ເລົ່າເລື່ອງລາວຂອງຈີນໃຫ້ດີດ້ວຍພາສາທີ່ເຊື່ອມໂຍງວັດທະນະທຳຈີນແລະຕ່າງປະເທດພ້ອມທັງຜົນງານການແປພາສາທີ່ດີເດັ່ນ,ຊັກນຳນັກອ່ານຕ່າງປະເທດຫຼາຍກວ່າເກົ່າອ່ານເຂົ້າໃຈຈີນ,ປະກອບສ່ວນໃໝ່ເຂົ້າໃນການຊຸກຍູ້ການແລກປ່ຽນລະຫວ່າງຈີນແລະປະເທດຕ່າງໆໃນໂລກແລະຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມະນຸດ.