ໂຄສົກເລຂາທິການໃຫຍ່ອົງການ ສປຊ ຮຽກຮ້ອງໃຫ້ປະເທດຕ່າງໆ ໃຊ້ການເຄື່ອນໄຫວຕົວຈິງເພື່ອຫຼຸດຜ່ອນການປ່ຽນແປງຂອງດິນຟ້າອາກາດ

2022-08-27 16:30:04 cri


ໄລຍະມໍ່ໆມານີ້, ອາກາດທີ່ປັ່ນປ່ວນຮ້າຍແຮງໄດ້ເກີດຂຶ້ນເລື້ອຍໆຢູ່ໃນຂອບ ເຂດທົ່ວໂລກ, ວັນທີ 26 ສິງຫານີ້, ທ່ານສເຕເຟນ ດຸຈາຣິກ ໂຄສົກ ເລຂາທິການໃຫຍ່ອົງການ ສປຊ ຮຽກຮ້ອງໃຫ້ປະເທດຕ່າງໆໃຊ້ການເຄື່ອນ ໄຫວຕົວຈິງເພື່ອຫຼຸດຜ່ອນການປ່ຽນແປງຂອງດິນຟ້າອາກາດ. ທ່ານດຸຈາຣິກ ກ່າວວ່າ: ໃນລະດູຮ້ອນປີນີ້, ທົ່ວໂລກໄດ້ເກີດມີອາກາດທີ່ປັ່ນປ່ວນຮ້າຍແຮງ ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມຮີບດ່ວນໃນການແກ້ໄຂວິກິດການດ້ານດິນຟ້າ ອາກາດ, ທ່ານຮຽກຮ້ອງໃຫ້ລັດຖະບານຂອງປະເທດຕ່າງໆຄວນປະເຊີນໜ້າກັບ ວິກິດການໂດຍກົງ ແລະນຳໃຊ້ການເຄື່ອນໄຫວຕົວຈິງ.

ທ່ານດຸຈາຣິກກ່າວວ່າ: ປະເທດທີ່ພັດທະນາແລ້ວຕ້ອງປະຕິບັດຕາມຄຳໝັ້ນ ສັນຍາທີ່ໃຫ້ໄວ້ກັບປະເທດພວມພັດທະນາ, ໃຫ້ການສະໜັບສະໜູນດ້ານເງິນທຶນ ແກ່ການຫຼຸດຜ່ອນການປ່ຽນແປງຂອງດິນຟ້າອາກາດ, ພວກເຮົາຕ້ອງປະຕິບັດ ນະໂຍບາຍເພື່ອຫຼຸດການລະບາຍອາຍພິດເຮືອນແກ້ວໃຫ້ໜ້ອຍລົງ,ນັກການເມືອງທີ່ຍັງສົງໄສການປ່ຽນແປງຂອງດິນຟ້າອາກາດນັ້ນຕ້ອງການເປີດປ່ອງຢ້ຽມເພື່ອ ເບິ່ງໂລກນີ້ແລ້ວ.