ບົດລາຍງານຂອງອາເມຣິກາ:ບັນຊີປອມຂອງອາເມຣິກາແລະອັງກິດໃສ່ຮ້າຍຈີນ ຣັດເຊຍແລະປະເທດອື່ນໆຢູ່ອິນເຕີເນັດ

2022-08-27 18:35:54 cri


ອີງຕາມບົດລາຍງານທີ່ບໍລິສັດວິເຄາະສື່ສັງຄົມອອນໄລຫຼື “Graphika Inc”ແລະສູນສັງເກດການອິນເຕີເນັດສະແຕນຝອດຫຼຶ SIO ຂອງອາເມຣິກາ ເຜີຍແຜ່ໃນວັນທີ 24 ສິງຫານີ້, ໃນເວລາເກືອບ 5 ປີຜ່ານມານີ້,ມີບັນຊີປອມຫຼາຍສິບບັນຊີສຸມໃສ່ເປີດປ່າວຖ້ອຍຄວາມນິຍົມຝ່າຍຕາເວັນຕົກຢູ່ຕາມອິນເຕີນເນັດ,ພ້ອມທັງມີເຈດຕະນານິນທາວ່າຮ້າຍປະເທດອື່ນລວມທັງຈີນ ຣັດເຊຍແລະອີຣານ.


ອີງຕາມບົດລາຍງານ,ບັນຊີປອມທີ່ກ່ຽວຂ້ອງລວມທັງບັນຊີ Twiter ມີ 12 ບັນຊີ,ບັນຊີ Facebook ມີ 25 ບັນຊີແລະບັນຊີ Instagram ມີ 10 ບັນຊີ. ບົດລາຍງານໄດ້ລະບຸວ່າ:ບັນຊີເຫຼົ່ານີ້ແບ່ງປັນບົດແຈ້ງຂ່າວທີ່ມາຈາກອົງການສື່ມວນຊົນທີ່ອຸປະຖຳໂດຍລັດຖະບານອາເມຣິກາ,ຍັງດັດແປງຮູບພາບເພື່ອດຳເນີນ ການໂຄສະນາແບບຈອມປອມ.


ບໍລິສັດ Meta ເຊິ່ງເປັນບໍລິສັດແມ່ຂອງ Facebook ແລະບໍລິສັດ Twiter ກ່າວວ່າ:ໄດ້ຮູ້ແລ້ວຫຼືສາມາດສັນນິຖານວ່າການເຄື່ອນໄຫວທີ່ກ່ຽວຂ້ອງແມ່ນມາຈາກອາເມຣິກາແລະອັງກິດ.