ທ່ານຫຼີເຄີ້ສຽງສົ່ງຈົດໝາຍຊົມເຊີຍໄປຍັງກອງປະຊຸມລົດພະລັງງານໃໝ່ໂລກ 2022

2022-08-28 13:02:23 CRI


    ຂ່າວສານຊີນຮວາລາຍງານວ່າ: ວັນທີ 27 ສິງຫານີ້, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນໄດ້ສົ່ງຈົດໝາຍຊົມເຊີຍໄປຍັງກອງປະຊຸມລົດພະລັງງານໃໝ່ໂລກ 2022.


    ເນື້ອໃນຈົດໝາຍຂອງທ່ານຫຼີເຄີ້ສຽງລະບຸວ່າ: ຈີນແມ່ນປະເທດໃຫຍ່ດ້ານການຜະລິດແລະບໍລິໂພກລົດ, ໃນຊຸ່ມປີມໍ່ໆມານີ້, ອຸດສາຫະກຳການຜະລິດລົດພະລັງງານໃໝ່ໄດ້ຮັບການພັດທະນາຢ່າງວ່ອງໄວ, ປະລິມານການຜະລິດ ຈຳໜ່າຍ ແລະນຳໃຊ້ລົດພະລັງງານໃໝ່ຂອງຈີນຢູ່ອັນດັບນຳໜ້າໃນໂລກ. ການພັດທະນາລົດພະລັງງານໃໝ່ບໍ່ພຽງແຕ່ມີຜົນດີຕໍ່ຂະແໜງການຜະລິດແລະປຸງແຕ່ງທີ່ກ້າວໜ້າ ແລະການພັດທະນາແບບສີຂຽວແລະກາກບອນຕ່ຳເທົ່ານັ້ນ, ຍັງມີຜົນດີຕໍ່ຜູ້ບໍລິໂພກໃນການເລືອກລົດແລະການສະໜອງຜະລິດຕະພັນທີ່ມີຄຸນນະພາບສູງ.


    ທ່ານຫຼີເຄີ້ສຽງຍັງລະບຸຕື່ມວ່າ: ໃນຖານະທີ່ເປັນປະເທດພວມພັດທະນາທີ່ໃຫຍ່ທີ່ສຸດໃນໂລກ, ບໍ່ວ່າໃນດ້ານການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ຫຼືໃນດ້ານການຊຸກຍູ້ການພັດທະນາແບບສີຂຽວແລະກາກບອນຕ່ຳ, ລ້ວນແຕ່ຕ້ອງການດຳເນີນການຮ່ວມມືສາກົນຢ່າງກວ້າງຂວາງ. ຈີນຈະສືບຕໍ່ລົງເລິກການຮ່ວມມືສາກົນໃນຂົງເຂດທີ່ກ່ຽວຂ້ອງກັບລົດພະລັງງານໃໝ່ດ້ວຍທ່າທີທີ່ເປີດປະຕູ, ດຳເນີນການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດກັບບັນດາຝ່າຍຢ່າງດີກວ່າເກົ່າ, ຮ່ວມກັນວາງແຜນ ແລະສ້າງອະນາຄົດໃຫ້ແກ່ການພັດທະນາຂອງຂະແໜງການຜະລິດລົດ.