ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຢູ່ໃນໂລກໄດ້ມີຫຼາຍກວ່າ 600 ລ້ານກໍລະນີ

2022-08-28 15:43:01 cri

      ວັນທີ 27 ສິງຫານີ້, ມະຫາວິທະຍາໄລຈອນສ໌ ຮອບກິນສ໌ ຂອງອາເມຣິກາໄດ້ເປີດເຜີຍຕົວເລກສະຖິຕິການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍສະແດງໃຫ້ເຫັນວ່າ: ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຢູ່ໃນໂລກໄດ້ມີຫຼາຍກວ່າ 600 ລ້ານກໍລະນີ.

      ຕົວເລກສະຖິຕິສະແດງໃຫ້ເຫັນວ່າ: ນັບມາຮອດເວລາ 18 ໂມງ 21 ນາທີຂອງວັນທີ 27 ສິງຫານີ້ຕາມເວລາພາກຕາເວັນອອກຂອງອາເມຣິກາ(ເວລາ 5 ໂມງ 21 ນາທີຂອງວັນທີ 28 ສິງຫານີ້ຕາມເວລາວຽງຈັນ), ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຢູ່ໃນໂລກໄດ້ມີຫຼາຍກວ່າ 600.443.074 ກໍລະນີ, ຈຳນວນຜູ້ເສຍຊີວິດຍ້ອນຕິດເຊື້ອພະຍາດໂຄວິດ-19 ທັງໝົດໄດ້ມີເຖິງ 6.485.216 ກໍລະນີ.