ທູຕານຸທູດຂອງບັນດາປະເທດພວມພັດທະນາອາຊີອາຟຣິກາປະຈຳເຊີແນວຢ້ຽມຢາມເຂດຊິ່ນຈ່ຽງຈີນ

2022-08-28 16:53:51 CRI

 

ຕາມຂ່າວCRI:ໂດຍຕອບສະໜອງຕາມການເຊື້ອເຊີນຈາກກະຊວງການຕ່າງປະເທດຈີນ, ຄະນະຜູ້ແທນທູຕານຸທູດຂອງບັນດາປະເທດພວມພັດ ທະນາອາ ຊີອາຟຣິກາປະຈຳເຊີແນວໄດ້ເດີນທາງໄປຢ້ຽມຢາມນະຄອນອູລູມກີ,ເຂດຄາຊືຂອງເຂດປົກຄອງຕົນເອງອຸຍເກີຊິ່ນຈ່ຽງຂອງຈີນແຕ່ວັນທີ 24 ຫາວັນທີ 27 ສິງຫານີ້. ພາຍຫຼັງທູດບັນດາທ່ານ ໄດ້ດຳເນີນການແລກປ່ຽນແບບໜ້າຕໍ່ໜ້າກັບ ນັກຮຽນທີ່ໄດ້ຮຽນຈົບຈາກສູນເຝິກອົບຮົມແລະການສຶກສາອາຊີບ, ຜູ້ປະຕິບັດ ງານທາງສາສະໜາອິສຣາມແລະປະຊາຊົນບັນດາເຜົ່າແລ້ວ, ໄດ້ກ່າວວ່າ: ເຫັນດີນຳວຽກງານທີ່ໄດ້ເຮັດແລະປະສິດທິຜົນ ທີ່ໄດ້ຮັບຂອງລັດຖະບານຈີນໃນ ດ້ານການໂຈມຕີແລະປ້ອງກັນລັດທິກໍ່ການຮ້າຍຕາມກົດໝາຍ, ການປົກປັກຮັກ

ສາຄວາມເສລີດ້ານການເຊື່ອຖືສາສະໜາຂອງພົນລະເມືອງ, ການຮັກສາ ວັດທະນະທຳອັນເປັນມູນເຊື້ອຂອງຊົນເຜົ່າສ່ວນໜ້ອຍແລະດ້ານອື່ນໆ, ຈະເດັດດ່ຽວສະໜັບສະໜູນຫຼັກໝັ້ນທີ່ຊອບທຳຂອງຈີນ, ແລະຈະເດັດດ່ຽວ ຕໍ່ຕ້ານກັບສຽງທີ່ໃສ່ຮ້າຍປາຍສີຕໍ່ເຂດຊິ່ນຈ່ຽງຈີນທັງໝົດ.

 

ທູດບັນດາທ່ານຍັງກ່າວວ່າ, ຢູ່ເຂດຊິ່ນຈ່ຽງຈີນໄດ້ເຫັນສັງຄົມທີ່ຢ່າງມີຄວາມ ຫຼາກຫຼາຍ,ທັນສະໄໝ ແລະໂອບເອື້ອອາລີ, ຕ່າງກັນກັບຂ່າວປອມກ່ຽວກັບ ເຂດຊິ່ນຈ່ຽງມີ “ການອອກແຮງງານແບບບັງຄັບ” “ການລ້ວງເຜົ່າພັນ ທີ່ໄດ້ຍິນໃນເມື່ອກ່ອນ. ພາຍຫຼັງໄດ້ກັບຄືນສູ່ນະຄອນເຊີແນວແລ້ວຈະແບ່ງປັນ ສິ່ງທີ່ໄດ້ຮູ້ໄດ້ເຫັນຢູ່ເຂດຊິ່ນຈ່ຽງ, ຕໍ່ສູ້ກັບຂ່າວລືແລະຂ່າວປອມ ກ່ຽວກັບຊິ່ນຈ່ຽງ, ແລະຈະເດັດດ່ຽວສະໜັບສະໜູນອະທິປະໄຕແລຜືນແຜ່ນດິນອັນຄົບຖ້ວນຂອງຈີນ, ສະໜັບສະໜູນຕໍ່ຫຼັກໝັ້ນທີ່ຊອບທຳຂອງຈີນ.