ປະທານາທິບໍດີແອນຊານວາດໍກ່າວວ່າ: ຂອບໃຈນຳຈີນທີ່ໄດ້ໃຫ້ການຊ່ວຍເຫຼືອຢ່າງບໍ່ເຫັນແກ່ຕົວ

2022-08-28 16:14:48 CRI

 

ຕາມຂ່າວCRI: ວັນທີ 26 ສິງຫານີ້, ທ່ານນາຢິບ ບຸເຄເລ, ປະທານາທິບໍດີແອນຊານວາດໍໄດ້ເຂົ້າຮ່ວມພິທີເລີ່ມນຳໃຊ້ສວນສະໜຸກທີ່ຊື່ວ່າ ຕາເວັນຕົກ” ເຊິ່ງໄດ້ຮັບການຊ່ວຍເຫຼືອຈາກຈີນແລະໄດ້ສະແດງຄວາມຂອບໃຈນຳຈີນທີ່ໄດ້ໃຫ້ການຊ່ວຍເຫຼືອຢ່າງບໍ່ເຫັນແກ່ຕົວ.

 

ທ່ານນາຢິບ ບຸເຄເລໄດ້ປະກາດເລີ່ມນຳໃຊ້ສວນສະໜຸກດັ່ງກ່າວຢ່າງເປັນທາງການໃນພິທີທີ່ໄດ້ຈັດຂຶ້ນຢູ່ທ່າກຳປັ່ນລາລີເບີຕັດໃນມື້ດຽວກັນ. ທ່ານນາຢິບ ບຸເຄເລກ່າວວ່າ, ສິ່ງກໍ່ສ້າງຂອງສວນສະໜຸກ ຕາເວັນຕົກ ແລະທ່າກຳປັ່ນລາລີເບີຕັດທີ່ກຳລັງໄດ້ຮັບການກໍ່ສ້າງແມ່ນພາກສ່ວນໜຶ່ງຂອງຍຸດທະສາດການທ່ອງທ່ຽວ ເມືອງກີລາເຊີຟີງ” ຂອງແອນຊານວາດໍ, ການກໍ່ສ້າງລ້ວນແຕ່ໄດ້ຮັບການຊ່ວຍເຫຼືອຈາກຈີນ. ທ່ານໄດ້ສະແດງຄວາມຂອບໃຈນຳຈີນທີ່ໄດ້ໃຫ້ການຊ່ວຍເຫຼືອຢ່າງບໍ່ເຫັນແກ່ຕົວ.