ແຕ່ເດືອນມັງກອນຫາເດືອນກໍລະກົດປີນີ້ ລາຍຮັບຂອງວິສາຫະກິດອຸດສາຫະກຳທີ່ມີລາຍໄດ້ຫຼາຍກວ່າ 20 ລ້ານຢວນຕໍ່ປີໃນທົ່ວປະເທດຈີນໄດ້ເພີ່ມຂຶ້ນໄວສົມຄວນ

2022-08-28 15:41:13 cri

      ກົມສະຖິຕິແຫ່ງຊາດຈີນໄດ້ເປີດເຜີຍຕົວເລກຂໍ້ມູນໃນວັນທີ 27 ສິງຫານີ້ໂດຍສະແດງໃຫ້ເຫັນວ່າ: ແຕ່ເດືອນມັງກອນຫາເດືອນກໍລະກົດປີນີ້,ລາຍຮັບຂອງວິສາຫະກິດອຸດສາຫະກຳທີ່ມີລາຍໄດ້ຫຼາຍກວ່າ 20 ລ້ານຢວນຕໍ່ປີໃນທົ່ວປະເທດຈີນໄດ້ເພີ່ມຂຶ້ນ 8,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໄດ້ຮັກສາຈັງຫວະການເຕີບໂຕທີ່ອ່າວໄວ; ກຳໄລໄດ້ຫຼຸດລົງ 1,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ,ແຕ່ໃນ 6 ເດືອນຕົ້ນປີນີ້ໄດ້ເພີ່ມຂຶ້ນ 1%.

      ຕົວເລກສະຖິຕິສະແດງໃຫ້ເຫັນວ່າ: ແຕ່ເດືອນມັງກອນຫາເດືອນກໍລະກົດປີນີ້, ໃນ 41 ຂະແໜງການປະເພດອຸດສາຫະກຳ, ມີ 16 ຂະແໜງການໄດ້ມີກຳໄລເພີ່ມຂຶ້ນເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ,ເຊິ່ງກວມ 39% ໃນ 41 ຂະແໜງການຄືກັນກັບ 6 ເດືອນຕົ້ນປີນີ້,ໃນ 16 ຂະແໜງການດັ່ງກ່າວ, ມີ 14 ຂະແໜງການໄດ້ສ້າງລາຍໄດ້ເພີ່ມຂຶ້ນ 5% ຂຶ້ນໄປ.

      ເມື່ອສັງເກດຈາກດ້ານລວມແລ້ວເຫັນວ່າ,ປະສິດທິຜົນຂອງວິສາຫະກິດອຸດສາຫະກຳໄດ້ຮັກສາທ່າອຽງຟື້ນຕົວຄືນ,ແຕ່ຍ້ອນໄດ້ຮັບຜົນກະທົບຈາກປັດໄຈຕ່າງໆ, ກຳໄລຂອງວິສາຫະກິດເຫຼົ່ານີ້ຈຶ່ງໄດ້ຫຼຸດລົງໜ້ອຍໜຶ່ງ.