ອົງການຕຳຫຼວດກຳປູເຈຍດຳເນີນການເຄື່ອນໄຫວກວດກາແບບກະທັນຫັນ ກອບກູ້ຄົນຈີນ 35 ຄົນ

2022-08-28 13:07:02 CRI

     ສື່ມວນຊົນກຳປູເຈຍລາຍງານວ່າ: ວັນທີ 26 ສິງຫາປີ 2022 ນີ້, ອົງການຕຳຫຼວດແຂວງສິຫະນຸກລາຊະອະນາຈັກກຳປູເຈຍໄດ້ດຳເນີນການເຄື່ອນໄຫວກວດກາແບບກະທັນຫັນ, ໄດ້ກອບກູ້ຄົນຈີນ 35 ຄົນ ແລະຈັບຕົວຜູ້ຕ້ອງຫາ 3 ຄົນ.




     ຕາມຂ່າວແຈ້ງໃຫ້ຮູ້ວ່າ: ຕອນເຊົ້າວັນທີ 27 ສິງຫານີ້, ໂຄສົກກະຊວງພາຍໃນກຳປູເຈຍກ່າວວ່າ: ວັນທີ 26 ສິງຫານີ້, ອົງການຕຳຫຼວດໄດ້ດຳເນີນການເຄື່ອນໄຫວ 2 ເທື່ອຢູ່ນະຄອນສິຫະນຸກ, ໄດ້ກອບກູ້ຊາວຕ່າງປະເທດທັງໝົດ 40 ກວ່າຄົນ, ໃນນັ້ນ, ມີຄົນຈຳນວນໜຶ່ງແມ່ນເຂົ້າສູ່ກຳປູເຈຍຢ່າງຜິດກົດໝາຍ, ສ່ວນອີກຈຳນວນໜຶ່ງແມ່ນຄົນຕ່າງປະເທດທີ່ຖືກກຸ່ມຈັດຕັ້ງການຍົກຍ້າຍພົນລະເມືອງຢ່າງຜິດກົດໝາຍຫຼອກລວງມາເຮັດວຽກຢູ່ກຳປູເຈຍ.