ນັກຮຽນສີລັງກາ 18 ຄົນໄດ້ຮັບທຶນລາງວັນການສຶກສາຈາກລັດຖະບານຈີນ

2022-08-28 16:15:46 CRI

 

ຕາມຂ່າວCRI: ວັນທີ 26 ສິງຫານີ້, ສະຖານທູດຈີນປະຈຳສີລັງກາໄດ້ຈັດພິທີມອບຮັບທຶນລາງວັນການສຶກສາຈາກລັດຖະບານຈີນສົກປີຮຽນ 2022-2023, ນັກຮຽນສີລັງກາ 18 ຄົນທີ່ໄດ້ຮັບທຶນລາງວັນການສຶກສາໄດ້ຮັບໃບອະນຸຍາດໃຫ້ເຂົ້າຮຽນ.

 

ຜູ້ຕາງໜ້າຂອງນັກຮຽນສີລັງກາກ່າວວ່າ, ຮູ້ສຶກພາກພູມໃຈຫຼາຍທີ່ໄດ້ຮັບທຶນລາງວັນການສຶກສາຈາກລັດຖະບານຈີນແລະໄດ້ມີໂອກາດເດີນທາງໄປຮ່ຳຮຽນຢູ່ຈີນ, ພວກເຮົາຈະຖະໜອມໂອກາດການຮ່ຳຮຽນອັນລ້ຳຄ່າທີ່ສະໜອງໂດຍລັດຖະບານຈີນ, ເປັນຜູ້ປະຕິບັດແລະຜູ້ປະກອບສ່ວນເພື່ອຮັກແໜ້ນໄມຕີຈິດມິດຕະພາບລະຫວ່າງສອງປະເທດ.

 

ຕາມຂ່າວແຈ້ງວ່າ, ລັດຖະບານຈີນຜ່ານກະຊວງການສຶກສາສີລັງກາສະໜອງທຶນລາງວັນການສຶກສາທີ່ມີປະເພດຕ່າງກັນແກ່ນັກຮຽນສີລັງກາ. ນັກຮຽນສີລັງກາທີ່ໄດ້ຮັບທຶນລາງວັນການສຶກສາຈາກລັດຖະບານຈີນເທົ່ານີ້ຈະໄດ້ຮັບການອະນຸຍາດໃຫ້ເຂົ້າຮຽນຢູ່ມະຫາວິທະຍາໄລທົງຈີ້, ມະຫາວິທະຍາໄລສ້າງຄູປັກກິ່ງແລະມະຫາວະທິຍາໄລອື່ນໆຂອງຈີນ, ຈະຮຽນປະລິຍາເອກ, ປະລິຍາໂທແລະປະລິຍາຕີ, ກ່ຽວພັນເຖິງວິຊາພາສາຈີນ, ວິຊາແພດສາດພາກປິ່ນປົວ, ວິຊາການຄຸ້ມຄອງອຸດສາຫະກຳການຄ້າແລະວິຊາອື່ນໆ.