ລາຄາແກັສທຳມະຊາດທີ່ສັ່ງຈອງໄວ້ລ່ວງໜ້າຢູ່ຕະຫຼາດເອີຣົບຈະສືບຕໍ່ເພີ່ມສູງຂຶ້ນ

2022-08-29 14:43:24 CRI

ຂ່າວສານຕາສຂອງຣັດເຊຍລາຍງານໃນວັນທີ 28 ສິງຫານີ້ວ່າ, ທ່ານດິມີຕຣີ ເມັດເວເດັຟ ຮອງປະທານສະພາຄວາມໝັ້ນຄົງສະຫະພັນຣັດເຊຍກ່າວວ່າ, ຍ້ອນວ່າລາຄາແກັສທຳມະຊາດທີ່ສັ່ງຈອງໄວ້ລ່ວງໜ້າໃນປັດຈຸບັນໄດ້ສືບຕໍ່ເພີ່ມສູງຂຶ້ນ, ຈຳເປັນຕ້ອງໄດ້ປັບການຄາດໝາຍຕໍ່ລາຄາແກັສທຳມະຊາດໃຫ້ສູງຂຶ້ນອີກ, ຄາດວ່າ, ເມື່ອຮອດທ້າຍປີ 2022 ນີ້, ລາຄາແກັສທຳມະຊາທີ່ສັ່ງຈອງໄວ້ລ່ວງໜ້າຈະບັນລຸເຖິງ 5.000 ເອີໂຣຕໍ່ແມັດກ້ອນ (ປະມານ 4.976 ໂດລາສະຫະລັດຕໍ່ແມັດກ້ອນ).

ວັນທີ 26 ສິງຫານີ້, ລາຄາຊື້ຂາຍແກັສທຳມະຊາດທີ່ສັ່ງຈອງໄວ້ລ່ວງໜ້າຢູ່ຕະຫຼາດເອີຣົບ ທີ່ກຳນົດງວດສົ່ງ-ມອບໃນເດືອນກັນຍາໜ້ານີ້ໄດ້ສູງກວ່າ 3.500 ໂດລາສະຫະລັດຕໍ່ແມັດກ້ອນເປັນຄັ້ງທຳອິດ ນັບແຕ່ເດືອນມີນາປີນີ້ເປັນຕົ້ນມາ ເຊິ່ງໄດ້ສ້າງສະຖິຕິສູງສຸດໃນຮອບເຄິ່ງປີ.