ໂຮງໄຟຟ້ານິວເຄລຍຊາໂປຣີດເຈຍຖືກລູກປືນໃຫຍ່ຂອງກອງທະຫານອູແກຣນ 2 ຄັ້ງ

2022-08-29 14:41:28 CRI

ວັນທີ 28 ສິງຫານີ້ຕາມເວລາທ້ອງຖິ່ນ, ກະຊວງປ້ອງກັນປະເທດຣັດເຊຍໄດ້ອອກແຈ້ງການວ່າ: 24 ຊົ່ວໂມງຜ່ານມາ, ກອງທະຫານອູແກຣນໄດ້ຍິງປືນໃຫຍ່ 9 ລູກເຂົ້າໃສ່ເຂດໂຮງໄຟຟ້ານິວເຄລຍຊາໂປຣີດເຈຍ 2 ຄັ້ງ.

ກະຊວງປ້ອງກັນປະເທດຣັດເຊຍແຈ້ງໃຫ້ຮູ້ວ່າ, ລູກປືນໃຫຍ່ຖືກຍິງມາຈາກເມືອງມາລີເຢຟກາຂອງລັດດິນີໂປຣເປຕຣົຟ. ກອງທະຫານຣັດເຊຍໄດ້ຍິງຕອບໂຕ້ຄືນ ເພື່ອຢັບຢັ້ງການຍິງປືນໃຫຍ່ຂອງກອງທະຫານອູແກຣນ. ປັດຈຸບັນ, ນັກວິຊາການພວມຕິດຕາມກວດກາສະພາບເຕັກນິກຂອງໂຮງໄຟຟ້ານິວເຄລຍ ເພື່ອຮັບປະກັນການຜະລິດໄຟຟ້າ. ສ່ວນສະພາບຂອງກຳມັນຕະພາບລັງສີຢູ່ເຂດດັ່ງກ່າວຍັງເປັນປົກກະຕິຢູ່.

ປັດຈຸບັນ, ຝ່າຍອູແກຣນຍັງບໍ່ທັນໄດ້ໃຫ້ຄຳຕອບຕໍ່ກັບເລື່ອງນີ້.