ກອງປະຊຸມອະລິຍະທຳດ້ານອິນເຕີເນັດຈີນ 2022 ຈັດຂຶ້ນຢູ່ນະຄອນທຽນສິນ ປະເທດຈີນ

2022-08-29 15:17:18 cri

ວັນທີ 28 ສິງຫານີ້, ກອງປະຊຸມຄວາມສິວິໄລດ້ານອິນເຕີເນັດຈີນ 2022 ທີ່ຈັດໂດຍຫ້ອງການຄະນະກຳມະການຄວາມໝັ້ນຄົງດ້ານອິນເຕີເນັດ ແລະເຕັກໂນໂລຊີຂໍ້ມູນຂ່າວສານສູນກາງພັກກອມມູນິດຈີນ, ຫ້ອງການຄະນະກຳມະການຊີ້ນຳການກໍ່ສ້າງອະລິຍະທຳດ້ານຈິດໃຈສູນກາງພັກກອມມູນິດຈີນ, ຄະນະພັກນະຄອນທຽນສິນ ແລະອົງການປົກຄອງນະຄອນທຽນສິນ ໄດ້ໄຂຂຶ້ນຢູ່ນະຄອນທຽນສິນ ປະເທດຈີນ.

ກອງປະຊຸມຄັ້ງນີ້ຈະດຳເນີນເປັນເວລາ 2 ມື້ ດ້ວຍຫົວຂໍ້ທີ່ວ່າ: “ສົ່ງເສີມ ຈິດໃຈຂອງຍຸກສະໄໝ ແລະສ້າງອະລິຍະທຳດ້ານອິນເຕີເນັດ”. ໃນໄລຍະຈັດກອງປະຊຸມດັ່ງກ່າວ ຈະມີກິດຈະກຳຕ່າງໆ ເຊັ່ນ: ເວທີປຶກສາຫາລືຫຼັກ, ເວທີປຶກສາຫາລືສຸດຍອດກ່ຽວກັບການກໍ່ສ້າງຄວາມຊື່ສັດດ້ານອິນເຕີເນັດ, ເວທີປຶກສາຫາລືຍ່ອຍ 10 ຄັ້ງ, ງານວາງສະແດງຜົນສຳເລັດຂອງຈີນໃນການກໍ່ສ້າງອະລິຍະທຳດ້ານອິນເຕີເນັດໃນຍຸກສະໄໝໃໝ່ ແລະກິດຈະກຳອື່ນໆກ່ຽວກັບອະລິຍະທຳດ້ານອິນເຕີເນັດ.

ໃນເວທີປຶກສາຫາລືຍ່ອຍ 10 ຄັ້ງດັ່ງກ່າວ ຈະດຳເນີນການແລກປ່ຽນ ແລະການປຶກສາຫາລືຢ່າງເລິກເຊິ່ງກ່ຽວກັບການກໍ່ສ້າງເນື້ອໃນຂອງອິນເຕີເນັດ, ການກໍ່ສ້າງລະບົບນິເວດທາງອິນເຕີເນັດ, ການກໍ່ສ້າງກົດໝາຍວ່າດ້ວຍອິນເຕີເນັດ, ການປົກປ້ອງຂໍ້ມູນສ່ວນຕົວ ແລະອື່ນໆ.