ເປີດເຜີຍກາໝາຍກອງປະຊຸມປະເທດພາຄີຄັ້ງທີ 14 ຂອງ “ສົນທິສັນຍາດິນທາມ”

2022-08-29 14:42:14 CRI

ກົມປ່າໄມ້ແລະທົ່ງຫຍ້າແຫ່ງຊາດຈີນແຈ້ງຂ່າວວ່າ, ຈີນໄດ້ເປີດເຜີຍກາໝາຍກອງປະຊຸມປະເທດພາຄີຄັ້ງທີ 14 ຂອງ “ສົນທິສັນຍາດິທາມ” ຫຼື COP14 ຢ່າງເປັນທາງການ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງຫົວຂໍ້ຂອງກອງປະຊຸມ, ຄື: “ທະນຸຖະໜອມດິນທາມ, ມະນຸດແລະທຳມະຊາດຢູ່ຮ່ວມກັນຢ່າງກົມກຽວກັນ” ໂດຍໄດ້ສະແດງໃຫ້ເຫັນເຖິງເນື້ອໃນອັນຈະແຈ້ງທີ່ວ່າ: ການອະນຸລັກດິນທາມຕ້ອງການໃຫ້ທົ່ວໂລກພະຍາຍາມຮ່ວມກັນ ແລະ ສ້າງສາຮ່ວມກັນ.

ປີນີ້ແມ່ນຈີນເຂົ້າເປັນປະເທດພາຄີ “ສົນທິສັນຍາດິນທາມ” ຄົບຮອບ 30 ປີ, ນັບແຕ່ວັນທີ 5 ຫາ 13 ພະຈິກປີນີ້, ກອງປະຊຸມ COP14 ຈະຈັດຂຶ້ນຢູ່ນະຄອນອູຮັ້ນຂອງຈີນ ທີ່ເປັນທີ່ປະຊຸມຫຼັກ ແລະ ນະຄອນເຊີແນວປະເທດສະວິສ ທີ່ເປັນທີ່ປະຈຳຂອງສຳນັກງານກອງເລຂາ “ສົນທິສັນຍາດິນທາມ" ໂດຍຜ່ານທາງອອນລາຍແລະອັອຟລາຍ  ເພື່ອຄົ້ນຄວ້າຫາລືທິດທາງຍຸດທະສາດຂອງສົນທິສັນຍາ, ຄົ້ນຄວ້າພິຈາລະນາລາຍລະອຽດໃນການປະຕິບັດສັນຍາສຳຄັນ, ເລົ່ານິທານດີເດັ່ນທີ່ມະນຸດແລະທຳມະຊາດຢູ່ຮ່ວມກັນຢ່າງກົມກຽວກັນ.