ເສດຖະກິດຈີນໄດ້ສ້າງຄວາມຫວັງໃຫ້ແກ່ທົ່ວໂລກ

2022-08-29 18:43:51 cri

ຫວ່າງມໍ່ໆມານີ້, ໜ່ວຍຄົ້ນຄວ້າແຫ່ງໜຶ່ງຂອງອົງການສະຖະຕິແຫ່ງຊາດຈີນໄດ້ຈັດການຄຳນວນໂດຍໃຊ້ແບຈຳລອງຕໍ່ການພົວພັນລະຫວ່າງນະໂຍບາຍປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19, ນະໂຍບາຍເສດຖະກິດດ້ານມະຫາພາກ ແລະ ອັດຕາການເສຍຫາຍທາງດ້ານເສດຖະກິດຂອງປະເທດເຕ່າງໆພາຍຫຼັງເກີດສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ, ຜົນການຄຳນວນສະແດງໃຫ້ເຫັນວ່າ: ແຕ່ປີ 2020 ຫາ 6 ເດືອນຕົ້ນປີ 2022, ພາຍໃຕ້ການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ, ອັດຕາການເສຍຫາຍໂດຍລວມຂອງເສດຖະກິດຈີນມີພຽງ 2,3%, ແຕ່ພາຍໃຕ້ຮູບແບບການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງທໍ້ຖອຍເຊັ່ນອາເມຣິກາແລະປະເທດອື່ນໆ, ອັດຕາການເສຍຫາຍດ້ານເສດຖະກິດມີເຖິງ 5,9%.

ໃນເບື້ອງຫຼັງທີ່ອັດຕາຄວາມເສຍຫາຍດ້ານເສດຖະກິດຂອງຈີນອ່າວຕ່ຳນັ້ນ, ແມ່ນຍ້ອນປະເທດຈີນໄດ້ຮັກສາຄວາມໝັ້ນທ່ຽງແລະຄວາມໝັ້ນໜຽວຂອງຕ່ອງໂສ້ການສະໜອງແລະຕ່ອງໂສ້ອຸດສາຫະກຳຕະຫຼອດມາໂດຍພາຍໃຕ້ນະໂຍບາຍ “ປິ່ນປົວພະຍາດໃຫ້ຫາຍດີໝົດທຸກຄົນ” ຂອງປະເທດຈີນ. ໃນໄລຍະເກີດການແຜ່ລະບາດຂອງພະຍາດໂຄວິດ-19, ຍອດມູນຄ່າການສົ່ງອອກສິນຄ້າຂອງຈີນກວມຍອດມູນຄ່າການສົ່ງອອກຂອງທົ່ວໂລກຈາກ 13% ເມື່ອປີ 2019 ເພີ່ມຂຶ້ນເປັນ 15% ໃນທ້າຍປີ 2021. ເຊິ່ງໄດ້ກາຍເປັນ “ເສັ້ນຊີວິດ” ຂອງການຮັກສາການເຄື່ອນໄຫວຂອງປະເທດອາເມຣິກາ, ອັງກິດແລະປະເທດອື່ນໆ. ໃນປີ 2020 ໄລຍະຫາກໍເກີດການແຜ່ລະບາດຂອງພະຍາດໂຄວິດ-19, ຜ້າປິດປາກທີ່ອາເມຣິການຳເຂົ້າຈາກຕ່າງປະເທດມີ 83% ແມ່ນຜະລິດຢູ່ປະເທດຈີນ, ຊຸດປ້ອງກັນພະຍາດຂອງອາເມຣິກາມີ 2 ສ່ວນ 3 ແມ່ນນຳເຂົ້າຈາກປະເທດຈີນ, ສ່ວນຕູ້ເຢັນສະເພາະໃຊ້ໃນການຈັດເກັບວັກຊີນນັ້ນມີ 90% ນຳເຂົ້າຈາກປະເທດຈີນ. ຈີນປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເປັນຢ່າງດີ, ໄດ້ຮັກສາຄວາມໝັ້ນທ່ຽງຂອງຕ່ອງໂສ້ການສະໜອງແລະຕ່ອງໂສ້ອຸດສາຫະກຳ, ເຮັດໃຫ້ "ການຜະລິດຢູ່ປະເທດຈີນ" ໄດ້ກາຍເປັນເສົ້າຄ້ຳຊູດ້ານການສະໜັບສະໜູນການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19, ການຜະລິດ, ແລະການດຳລົງຊີວິດຂອງໂລກ.

ໃນດ້ານການລົງທຶນ, ກະຊວງການຄ້າຈີນເປີດເຜີຍໃນໄລຍະມໍ່ໆມານີ້ວ່າ, ໃນເດືອນມັງກອນຫາເດືອນກໍລະກົດປີ 2022, ທົ່ວປະເທດຈີນໄດ້ນຳໃຊ້ທຶນຕ່າງປະເທດ 798,33 ຕື້ຢວນ, ເມື່ອທຽບໃສ່ມູນຄ່າທີ່ປຽບທຽບໄດ້ໃນໄລຍະດຽວກັນໃນປີຜ່ານມາໄດ້ເພີ່ມຂຶ້ນ 17,3%. ປະເທດອາເມຣິກາທີ່ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ດີນັ້ນ, ການລົງທຶນຢູ່ປະເທດຈີນໄດ້ເພີ່ມຂຶ້ນ 36,3%. “ປຶ້ມປົກຂາວກ່ຽວກັບວິສາຫະກິດອາເມຣິກາທີ່ລົງທຶນຢູ່ປະເທດຈີນສົກປີ 2022” ທີ່ສະມາຄົມການຄ້າອາເມຣິກາປະຈຳຈີນເປີດເຜີຍໃນປີນີ້ໄດ້ສະແດງໃຫ້ເຫັນວ່າ: ບໍລິສັດສະມາຊິກຫຼາຍກວ່າ 2 ສ່ວນ 3 ໄດ້ສືບຕໍ່ຖືຈີນເປັນຕະຫຼາດສຳຄັນທີ່ສຸດ.

ຫວ່າງມໍ່ໆມານີ້, ອົງການກອງທຶນເງິນຕາສາກົນຫຼື IMF ໄດ້ປັບຂຶ້ນນ້ຳໜັກຂອງເງິນຢວນຈີນໃນສິດຖອນເງິນພິເສດຫຼື SDR ຈາກ 10,92% ເມື່ອປີ 2016 ເພີ່ມຂຶ້ນເປັນ 12,28%. ຕົວເລກດັ່ງກ່າວ, ໄດ້ສະແດງໃຫ້ເຫັນເຖິງປະຊາຄົມໂລກມີຄວາມໝັ້ນໃຈຕໍ່ເສດຖະກິດຈີນແລະຄວາມໝັ້ນທ່ຽງດ້ານຕະຫຼາດການເງິນຂອງຈີນ, ທັງເປັນຄວາມເຫັນດີເຫັນພ້ອມຕໍ່ປະເທດຈີນໃນດ້ານການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19.

ປີ 2020, ພາຍໃຕ້ເກີດການແຜ່ລະບາດຂອງພະຍາດໂຄວິດ-19, ອາເມຣິກາໄດ້ປະຕິບັດນະໂຍບາຍຜ່ອນຄາຍເງິນຕາທາງປະລິມານແບບ “ບໍ່ມີຄວາມຈຳກັດເພດານ” ເພື່ອກະຕຸ້ນເສດຖະກິດ. ນະໂຍບາຍດັ່ງກ່າວເບິ່ງແລ້ວຄືໄດ້ເກີດປະສິດທິຜົນງ່າຍ, ແຕ່ພັດໄດ້ເກີດຜົນຮ້າຍຢ້ອນຫຼັງຢ່າງໜັກໜ່ວງ. ໃນໄລຍະເກີດມີການແຜ່ລະບາດຂອງພະຍາດໂຄວິດ-19, ອັດຕາການເສຍຫາຍຂອງເສດຖະກິດອາເມຣິກາເຖິງ 6,5%, ເປັນອັນດັບທີໜຶ່ງໃນປະເທດຕ່າງໆ, ທີ່ເປັນເປົ້າໝາຍການສຳຫຼວດເທື່ອນີ້, ສະແດງໃຫ້ເຫັນໂດຍກົງທີ່ສຸດກໍຄືລະດັບເງິນເຟີ້ຂອງອາເມຣິກາໄດ້ສ້າງສະຖິຕິສູງສຸດໃນຮອບ 41 ປີຜ່ານມາ. ໄພເງິນເຟີ້ບໍ່ພຽງແຕ່ເຮັດໃຫ້ວິສາຫະກິດແລະຜູ້ບໍລິໂພກຂອງອາເມຣິກາໄດ້ແບກຫາບຕົ້ນທຶນການຜະລິດແລະຄ່າຄອງຊີບທີ່ສູງແພງຫຼາຍ, ຍິ່ງໄປກວ່ານັ້ນ, ອາເມຣິກາຍັງໄດ້ສ້າງວິກິດການຕໍ່ທົ່ວໂລກອີກດ້ວຍ.

ເມື່ອທຽບກັບວິທີກະຕຸ້ນເສດຖະກິດເທົ່ານັ້ນຢ່າງແຮງຂອງອາເມຣິກາ, ໃນໄລຍະມີການແຜ່ລະບາດຂອງພະຍາດໂຄວິດ-19, ນະໂຍບາຍເສດຖະກິດດ້ານມະຫາພາກຂອງຈີນໄດ້ຮັກສາຈັງຫວະທີ່ໝັ້ນທ່ຽງແລະສະໝ່ຳສະເໝີແຕ່ຕົ້ນຕະຫຼອດປາຍ. ໃນ 6 ເດືອນຕົ້ນປີນີ້, ດັດຊະນີລາຄາຜູ້ບໍລິໂພກຫຼື CPI ຂອງຈີນໄດ້ເພີ່ມຂຶ້ນ 1,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ຕ່ຳກວ່າລະດັບດັດຊະນີດັ່ງກ່າວຂອງອາເມຣິກາແລະປະເທດເອີຣົບຫຼາຍ. ຄືດັ່ງຄວາມເວົ້າຂອງທ່ານລູຈິ້ນຢຸງ ຫົວໜ້າສູນຄົ້ນຄວ້າການລົງທຶນໂດຍກົງຂອງມະຫາວິທະຍາໄລເສດຖະກິດການຄ້າກັບຕ່າງປະເທດຂອງຈີນທີ່ກ່າວວ່າ: ພາຍໃຕ້ສະພາບການທີ່ເສດຖະກິດແລະຕະຫຼາດຂອງທົ່ວໂລກລ້ວນແຕ່ບໍ່ດີປານໃດ, ປະເທດຈີນໄດ້ສ້າງຄວາມຫວັງແລະການຄາດໝາຍຢ່າງໜຶ່ງຄື: ການຄາດໝາຍເຕີບໂຕ, ການຄາດໝາຍມີຜົນກຳໄລແລະຄວາມຫວັງທີ່ນັບມື້ນັບດີຂຶ້ນໃຫ້ແກ່ທົ່ວໂລກ.