ບັນຫາທີ່ຍັງເຫຼືອໄວ້ໃນການເຈລະຈາກ່ຽວກັບການຟື້ນຟູການປະຕິບັດສັນຍານິວເຄລຍອີຣານແມ່ນ “ອ່ອນໄຫວ ແລະ ສຳຄັນ”

2022-08-29 14:40:25 CRI

ວັນທີ 28 ສິງຫານີ້, ທ່ານການານີ ໂຄສົກກະຊວງການຕ່າງປະເທດອີຣານກ່າວວ່າ, ບັນຫາສ່ວນຫຼາຍໃນການເຈລະຈາກ່ຽວກັບການຟື້ນຟູການປະຕິບັດສັນຍາຮອບດ້ານກ່ຽວກັບບັນຫານິວເຄລຍອີຣານໄດ້ຮັບການແກ້ໄຂແລ້ວ, ຫຼາຍບັນຫາທີ່ເຫຼືອໄວ້ ເປັນ “ບັນຫາທີ່ອ່ອນໄຫວ, ສຳຄັນ ແລະ ມີລັກສະນະຕັດສິນ”.

ມື້ດຽວກັນ, ທ່ານການານີໄດ້ໃຫ້ສຳພາດຕໍ່ຂ່າວສານສາທາລະນະລັດອິສລາມອີຣານວ່າ, ຜູ້ຊ່ຽວຊານອີຣານພວມຈັດກອງປະຊຸມສະເພາະ ເພື່ອຄົ້ນຄວ້າພິຈາລະນາຄຳຕອບຂອງອາເມຣິກາ ທີ່ແນໃສ່ຂໍ້ສະເໜີຂອງອີຣານ ເພື່ອແກ້ໄຂບັນຫາທີ່ເຫຼືອໄວ້. ຝ່າຍອີຣານຈະໃຫ້ຄຳຕອບຕໍ່ອາເມຣິກາໃນທັນທີ ພາຍຫຼັງກອງປະຊຸມຜູ້ຊ່ຽວຊານສິ້ນສຸດລົງແລ້ວ. ປັດຈຸບັນ, ຍັງບໍ່ໄດ້ກຳນົດເວລາລະອຽດ. ທ່ານການານີກ່າວຕື່ມວ່າ, ຫວັງວ່າ, ອາເມຣິກາຈະພິຈາລະນາເຖິງຄວາມຄອງຄອຍທີ່ເປັນທຳຂອງອີຣານ.