ເຮືອບິນ Y-20 ຂອງກອງທັບຈີນຈະເຂົ້າຮ່ວມງານວາງສະແດງການບິນສາກົນຢູ່ເອີຣົບເປັນຄັ້ງທຳອິດ

2022-08-30 11:28:53 CRI

ວັນທີ 29 ສິງຫານີ້, ທ່ານເສິນຈິນເຄີ ໂຄສົກຖະແຫຼງຂ່າວກອງທັບອາກາດຈີນໄດ້ກ່າວຢູ່ກິດຈະກຳເປີດເຜີຍທາງການບິນຂອງກອງທັບຈີນວ່າ, ເຮືອບິນ Y-20 ຂອງກອງທັບຈີນຈະເຂົ້າຮ່ວມງານວາງສະແດງການບິນສາກົນຢູ່ເອີຣົບເປັນຄັ້ງທຳອິດ.

ທ່ານເສິນຈິນເຄີກ່າວຕື່ມວ່າ: ໃນຫຼາຍປີຜ່ານມາ, ເຮືອບິນ Y-20 ຂອງກອງທັບຈີນໄດ້ບິນໄປສູ່ຫຼາຍປະເທດໃນທະວີບອາຊີ, ອາຟຣິກາ, ເອີຣົບ ແລະ ໂອເຊອານີ. ໃນການຕໍ່ສູ້ຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19, ເຮືອບິນ Y-20 ໄດ້ຂົນສົ່ງວັກຊິນຕ້ານໂຄວິດ-19 ໄປຫຼາຍປະເທດ; ໃນການຊ່ວຍເຫຼືອດ້ານມະນຸດສະທຳສາກົນ, ເຮືອບິນ Y-20 ໄດ້ນຳເອົາຄວາມຫວັງ ແລະ ມິດຕະພາບໄປສູ່ຕົງກາ, ອັຟການິສຖານ ແລະ ປະເທດອື່ນໆຫຼາຍປະເທດ.

ເຮືອບິນ Y-20 ແມ່ນເຮືອບິນຂົນສົ່ງອະເນກປະສົງຂະໜາດໃຫຍ່ທີ່ໃຊ້ທາງການທະຫານ ທີ່ຈີນຄົ້ນຄວ້າຜະລິດເອງ, ສາມາດບິນໄລຍະໄກ, ບັນທຸກນ້ຳໜັກໄດ້ຫຼາຍ ແລະ ບິນໄດ້ໄວ.