CMG ໄດ້ພິມຈຳໜ່າຍປຶ້ມບັນທຶກປະຈຳປີເຫຼັ້ມທຳອິດ

2022-08-30 11:27:38 CRI

ວັນທີ 29 ສິງຫານີ້, ວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ພິມຈຳໜ່າຍປຶ້ມບັນທຶກປະຈຳປີເຫຼັ້ມທຳອິດຕໍ່ຕະຫຼາດທັງພາຍໃນປະເທດຈີນ ແລະ ຕ່າງປະເທດ.

ເດືອນມີນາປີ 2018, ໂທລະພາບສູນກາງຈີນ ຫຼື CCTV, ວິທະຍຸກະຈານສຽງປະຊາຊົນສູນກາງຈີນ ຫຼື CNR ແລະ ວິທະຍຸສາກົນແຫ່ງປະເທດຈີນ ຫຼື CRI ໄດ້ໂຮມເຂົ້າເປັນ CMG. ປຶ້ມບັນທຶກປະຈຳປີ ຂອງ CMG (2018-2019) ໄດ້ບັນທຶກມາດຕະການສຳຄັນ ແລະ ສະພາບໂດຍສັງເຂບດ້ານການພັດທະນາຂອງ CMG ໃນດ້ານການສັບຊ້ອນອົງການຈັດຕັ້ງ, ການໂຄສະນາລາຍງານຂ່າວ, ການພັດທະນາດ້ານສື່ໃໝ່, ການພັດທະນາດ້ານອຸດສາຫະກຳ, ການນຳພາດ້ານເຕັກນິກ, ການສ້າງຄວາມສາມາດດ້ານການໂຄສະນາຂ່າວສານສາກົນ ແລະ ອື່ນໆ ເຊິ່ງໄດ້ສະໜອງຂໍ້ມູນຕ່າງໆທີ່ຮອບດ້ານ, ມີອິດທິພົນ ແລະ ເປັນລະບົບ ໃຫ້ແກ່ຜູ້ອ່ານ ເພື່ອເຂົ້າໃຈ ແລະ ຄົ້ນຄວ້າຂະບວນການປະຕິຮູບ, ພັດທະນາ ແລະ ປະດິດສ້າງໃໝ່ຂອງ CMG.