ເຂດທະເລໃກ້ແຂວງຊູມາຕຣາຕາເວັນຕົກ ປະເທດອິນໂດເນເຊຍ ເກີດແຜ່ນດິນໄຫວຂະໜາດ 6,4 ລິກເຕີ

2022-08-30 13:20:16 cri

ວັນທີ 29 ສິງຫານີ້ ຢູ່ເຂດທະເລໃກ້ແຂວງຊູມາຕຣາ ປະເທດອິນໂດເນເຊຍ ໄດ້ເກີດແຜ່ນດິນໄຫວຂະໜາດ 6,4 ລິກເຕີ. ມາຮອດປັດຈຸບັນ ຍັງບໍ່ມີລາຍງານວ່າຄົນເສຍຊີວິດ ຫຼືບາດເຈັບເທື່ອ.

ຕາມການລາຍງານຂ່າວຈາກເວັບໄຊອຸຕຸນິຍົມ, ດິນຟ້າອາກາດ ແລະພູມສາດຟິຊິກຂອງອິນໂດເນເຊຍແຈ້ງໃຫ້ຮູ້ວ່າ: ແຜ່ນດິນໄຫວຄັ້ງນີ້ ເກີດຂຶ້ນໃນເວລາ 10 ໂມງ 29 ນາທີຕາມເວລາຈາກາຕາ, ຈຸດໃຈກາງແຜ່ນດິນໄຫວຕັ້ງຢູ່ເຂດທະເລທີ່ຫ່າງຈາກເຂດໝູ່ເກາະເມນຕາວາຍ ແຂວງຊູມາຕຣາຕາເວັນຕົກ ໄປທາງທິດຕາເວັນຕົກສຽງເໜືອ 116 ກິໂລແມັດ, ຈຸດໃຈກາງແຜ່ນດິນໄຫວຢູ່ເລິກລົງໄປໃຕ້ດິນ 10 ກິໂລແມັດ. ແຜ່ນດິນໄຫວຄັ້ງນີ້ ບໍ່ມີຄວາມສ່ຽງທີ່ພາໃຫ້ເກີດໄພຊຶນາມິ.