IMF ອະນຸຍາດສະໜອງທຶນຊ່ວຍເຫຼືອມູນຄ່າຫຼາຍກວ່າ 1,1 ຕື້ໂດລາໃຫ້ແກ່ປາກີສະຖານ

2022-08-30 14:52:11 cri


ຕອນຄ່ຳວັນທີ 29 ສິງຫາ 2022, ອົງການກອງທຶນເງິນຕາສາກົນຫຼື IMF ອອກຖະແຫຼງການລະບຸວ່າ: ຄະນະອຳນວຍການຂອງ IMF ໄດ້ສຳເລັດການກວດກາເສດຖະກິດຮອບທີ 7 ແລະຮອບທີ 8 ຕໍ່ປາກີສະຖານ, ແລະໄດ້ອະນຸຍາດສະໜອງສິດຖອນເງິນພິເສດ 894 ລ້ານໃຫ້ແກ່ປາກີສະຖານ, ເທົ່າກັບປະມານ 1,17 ຕື້ໂດລາສະຫະລັດ.

IMF ຍັງໄດ້ເຫນດີແກ່ຍາວເວລາແຜນການຊ່ວຍເຫຼືອປາກີສະຖານອອກໄປໜຶ່ງປີ, ແລະຈະເພີ່ມສິດຖອນເງິນພິເສດ 720 ລ້ານໃນຍອດມູນຄ່າຊ່ວຍເຫຼືອ, ອີງຕາມອັດຕາແລກປ່ຽນໃນປັດຈຸບັນແມ່ນປະມານ 940 ລ້ານໂດລາສະຫະລັດ.

ປີ 2019, ປາກີສະຖານແລະ IMF ໄດ້ກ້າວເຖິງຂັ້ນເປັນເອກະພາບກັນກ່ຽວກັບແຜນການຊ່ວຍເຫຼືອຕ່າງໆທີ່ມີມູນຄ່າ 6 ຕື້ໂດລາສະຫະລັດ, ແຕ່ແຜນການດັ່ງກ່າວຖືກໂຈະໄວ້ພາຍຫຼັງປະຕິບັດມາໄດ້ເຄິ່ງໜຶ່ງແລ້ວ.