ປະທານາທິບໍດີອີຣານກ່າວວ່າ: ອີຣານມີສິດນຳໃຊ້ວິທະຍາສາດນິວເຄຣຍ

2022-08-30 14:51:12 cri

ວັນທີ 29 ສິງຫາ 2022 ຕາມເວລາທ້ອງຖິ່ນ, ທ່ານເຊອິດ ເອບຣາຮິມ ໄຣຊີ, ປະທານາທິບໍດີອີຣານໄດ້ຈັດກອງປະຊຸມຖະແຫຼງຂ່າວ. ໂດຍແນໃສ່ຫົວຂໍ້ຕ່າງໆເຊັ່ນອິສຣາແອນເວົ້າເກີນຄວາມເປັນຈິງກ່ຽວກັບແຜນການນິວເຄຣຍຂອງອີຣານແລະອື່ນໆ, ທ່ານໄຣຊີ ກ່າວວ່າ: ການກໍ່ສ້າງອຸດສາຫະກຳນິວເຄຣຍແລະການນຳໃຊ້ວິທະຍາສາດນິວເຄຣຍແມ່ນສິດຂອງປະຊາຊົນອີຣານ, ແຕ່ວາການຄົ້ນຄວ້າຜະລິດອາວຸດນິວເຄຣຍບໍ່ໄດ້ຢູ່ໃນແຜນການລະບົບປ້ອງກັນປະເທດຂອງອີຣານ. ເຕັກນິກນິວເຄຣຍຂອງອີຣານແມ່ນນຳໃຊ້ໃນຂົງເຂດຕ່າງໆເຊັ່ນ: ກະສິກຳ, ນ້ຳມັນເຊື້ອໄຟ, ແກັສ໌ທຳມະຊາດ, ການແພດແລະອື່ນໆ.

ທ່ານໄຣຊີ ເນັ້ນໜັກວ່າ, ອິສຣາແອນບໍ່ສາມາດສະກັດກັ້ນສິດນຳໃຊ້ເຕັກນິກນິວເຄຣຍໂດຍສັນຕິຂອງອີຣານໂດຍຜ່ານເຄື່ອງມືຕ່າງໆໄດ້ເຊັ່ນລອບສັງຫານນັກວິທະຍາສາດຂອງອີຣານແລະອື່ນໆ, ພ້ອມກັນນັ້ນທ່ານໄດ້ເຕືອນໃຫ້ອິສຣາແອນຢ່າປະຕິບັດການເຄື່ອນໄຫວທີ່ຜິດພາດ.