ສົງຄາມອັຟການິສຖານເຮັດໃຫ້ອາເມຣິກາໝົດຄວາມໜ້າເຊື່ອຖືໃນທົ່ວໂລກ

2022-08-30 16:18:31 cri

ໃນເດືອນສິງຫາປີ 2021, ກອງທັບອາເມຣິກາໄດ້ຖອນອອກຈາກອັຟການິສຖານຢ່າງຟ້າວຟັ່ງ. ເນື່ອງໃນໂອກາດກອງທັບອາເມຣິກາຖອນອອກຈາກອັຟການິສຖານຄົບຮອບໜຶ່ງປີ, ຄັງປັນຍາ CGTN ຂອງສະຖານີວິທະຍຸໂທລະພາບສູນກາງຈີນ ຮ່ວມກັບສະຖາບັນຄົ້ນຄວ້າການຄຸ້ມຄອງປະເທດ ແລະລະບົບນິເວດດ້ານຫາງສຽງຂອງມະຫາວິທະຍາໄລເຣິນມິນຈີນ ໄດ້ດຳເນີນການຢັ່ງປະຊາມະຕິຕໍ່ 24 ປະເທດໃນທົ່ວໂລກເຊິ່ງລວມທັງອັຟການິສຖານ ໂດຍສະແດງໃຫ້ເຫັນວ່າ: ມີເກືອບ 80% ຂອງຊາວອັຟການິສຖານຜູ້ຕອບການສຳພາດເຫັນວ່າ: ສົງຄາມອັຟການິສະຖານໄດ້ເຮັດໃຫ້ອາເມຣິກາໝົດຄວາມໜ້າເຊື່ອຖືໃນທົ່ວໂລກ. ນອກນີ້, ມີ 80,4% ຂອງຜູ້ຕອບການສຳພາດໃນທົ່ວໂລກເຫັນວ່າ: ສົງຄາມທີ່ກໍ່ຂຶ້ນໃນນາມການຕໍ່ຕ້ານການກໍ່ການຮ້າຍບັ້ນນີ້ ພັດໄດ້ຮັບຜົນກະທົບທີ່ວ່າ: “ຍິ່ງຕໍ່ຕ້ານຍິ່ງມີການກໍ່ການຮ້າຍຫຼາຍຂຶ້ນ”.

ຫຼັງຈາກກອງທັບອາເມຣິກາຖອນອອກຈາກອັຟການິສຖານແລ້ວ, ອັຟການິສະຖານໄດ້ເລີ່ມການຟື້ນຟູຄືນໃໝ່ຢ່າງລຳບາກຢູ່ບົນດິນແດນທີ່ຖືກມ້າງເພທຳລາຍຢ່າງຮາບຄາບ. ແຕ່ວ່າ, ພື້ນຖານເສດຖະກິດຂອງອັຟການິສຖານມີຄວາມອ່ອນແອຢູ່ແລ້ວ, ເມື່ອບວກກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລະຜົນກະທົບຈາກການປະທະກັນລະຫວ່າງຣັດເຊຍກັບອູແກຣນ ເຊິ່ງໄດ້ພາໃຫ້ເກີດມີວິກິດການດ້ານພະລັງງານ, ປຸ໋ຍເຄມີ, ສະບຽງອາຫານ, ທັງໝົດເຫຼົ່ານີ້ ໄດ້ເຮັດໃຫ້ເສດຖະກິດອັຟການິສຖານຊຸດໂຊມລົງຕື່ມອີກ. ຕາມອົງການສະຫະປະຊາຊາດຄາດຄະເນວ່າ: ຄຽງຄູ່ກັບເສດຖະກິດຊຸດໂຊມລົງ, ອັຟການິສຖານອາດຈະເສຍຕຳແໜ່ງວຽກເຮັດງານທຳເຖິງ 900.000 ຕຳແໜ່ງ.

ນອກນີ້, ວິກິດການດ້ານມະນຸດສະທຳຢູ່ອັຟການິສຖານກໍນັບມື້ນັບຮ້າຍແຮງຂຶ້ນ. ຕາມບົດລາຍງານຈາກຄະນະຊ່ວຍເຫຼືອອັຟການິສຖານຂອງອົງການສະຫະປະຊາຊາດ, ນັບມາຮອດວັນທີ 15 ມິຖຸນາ ປີ 2022, ຢ່າງໜ້ອຍມີ 59% ຂອງປະຊາກອນອັຟການິສຖານຕ້ອງການການຊ່ວຍເຫຼືອດ້ານມະນຸດສະທຳ ເຊິ່ງເພີ່ມຂຶ້ນ 6.000.000 ຄົນເມື່ອທຽບໃສ່ຕົ້ນປີ 2021. ສ່ວນສະພາບການຂອງເດັກນ້ອຍອັຟການິສຖານ ກໍຍິ່ງເຮັດໃຫ້ພວກເຮົາມີຄວາມເປັນຫ່ວງນຳ. ກອງທຶນເພື່ອເດັກນ້ອຍຂອງສະຫະປະຊາຊາດຄາດຄະເນວ່າ: ໃນປີ 2022, ເດັກນ້ອຍອັຟການິສຖານທີ່ຕ່ຳກວ່າ 5 ປີ ມີປະມານ 1.100.000 ຄົນເກີດມີອາການພະຍາດຍ້ອນຂາດສານອາຫານ, ເດັກນ້ອຍອັຟການິສຖານທີ່ຕ່ຳກວ່າ 5 ປີ ທີ່ເຂົ້າປິ່ນປົວຢູ່ໂຮງໝໍຍ້ອນມີອາການສາຫັດທີ່ເກີດຈາກການຂາດສານອາຫານນັ້ນ ໄດ້ເພີ່ມຂຶ້ນຈາກ 18.000 ຄົນໃນເດືອນມີນາປີ 2021 ເປັນ 28.000 ຄົນໃນເດືອນມີນາ ປີ 2022.

ຕໍ່ກັບບັນຫາດັ່ງກ່າວ, ອາເມຣິກາບໍ່ພຽງແຕ່ບໍ່ໄດ້ສຳນຶກຄືນຄວາມຮັບຜິດຊອບຂອງຕົນເທົ່ານັ້ນ, ແຕ່ຍັງກະທຳຢ່າງກຳເລີບເສີບສານຍິ່ງຂຶ້ນອີກ. ຫຼັງຈາກກອງທັບອາເມຣິກາຖອນອອກຈາກອັຟການິສຖານໃນປີ 2021 ທີ່ຜ່ານມາ, ອາເມຣິກາໄດ້ອາຍັດຊັບສິນຂອງທະນາຄານກາງອັຟການິສຖານຫຼາຍກວ່າ 7 ຕື້ໂດລາສະຫະລັດ ແລະຫຼຸດການຊ່ວຍເຫຼືອດ້ານເສດຖະກິດປະເພດຕ່າງໆຕໍ່ອັຟການິສຖານ ເຊິ່ງໄດ້ເຮັດໃຫ້ສະພາບເສດຖະກິດ ແລະວິກິດການດ້ານມະນຸດສະທຳຢູ່ອັຟການິສຖານມີຄວາມຮ້າຍແຮງຂຶ້ນຕື່ມອີກ.

ອາເມຣິກາເຄີຍປະກາດວ່າ “ຈະສ້າງອັຟການິສຖານໃຫ້ມີຄວາມໝັ້ນທ່ຽງ, ເຂັ້ມແຂງ ແລະຈະເລີນຮຸ່ງເຮືອງ”, ແຕ່ວ່າ, ໃນການຢັ່ງປະຊາມະຕິດັ່ງກ່າວ, ມີ 79% ຂອງຊາວອັຟການິສຖານຜູ້ຕອບການສຳພາດເຫັນວ່າ: ອາເມຣິກາບໍ່ໄດ້ປະຕິບັດຕາມຄຳໝັ້ນສັນຍາຂອງຕົນ, ຫຼາຍກວ່າເຄິ່ງໜຶ່ງຂອງຊາວອັຟການິສຖານຜູ້ຕອບການສຳພາດເຫັນວ່າ: ອັຟການິສຖານມີສະພາບຊຸມໂຊມກວ່າເກົ່າຫຼາຍ.