ການຈັດສັນງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 19 ໄດ້ສຳເລັດແລ້ວ

2022-08-30 11:35:43 CRI

ວັນທີ 29 ສິງຫານີ້, ຫ້ອງການຖະແຫຼງຂ່າວຄະນະລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ ໂດຍໄດ້ແນະນຳສະພາບທີ່ກ່ຽວຂ້ອງກັບງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 19.

ຕາມຂ່າວແຈ້ງວ່າ, ງານວາງສະແດງຄັ້ງນີ້ຈະຈັດຂຶ້ນຢູ່ນະຄອນໜານໜິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນລະຫວ່າງວັນທີ 16 ຫາ 19 ກັນຍາໜ້ານີ້ ໂດຍພາດຫົວຂໍ້ວ່າ “ຊົມໃຊ້ໂອກາດໃໝ່ຂອງ RCEP , ກະຕຸກຊຸກຍູ້ເຂດການຄ້າເສລີຈີນ-ອາຊຽນ 3.0”. ປັດຈຸບັນນີ້, ວຽກງານຈັດສັນງານວາງສະແດງໄດ້ສຳເລັດແລ້ວ.

ຂ່າວແຈ້ງໃຫ້ຮູ້ອີກວ່າ, ເນື້ອທີ່ວາງສະແດງຂອງຕ່າງປະເທດໃນງານວາງສະແດງຄັ້ງນີ້ໄດ້ກວມປະມານ 30% ເຊິ່ງໄດ້ຟື້ນຟູເຖິງລະດັບກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍພື້ນຖານ.

ປະເທດກິດຕິມະສັກຄັ້ງນີ້ແມ່ນມາເລເຊຍ. ສ່ວນສ.ເກົາຫຼີຈະເປັນຄູ່ຮ່ວມມືທີ່ໄດ້ຮັບການເຊື້ອເຊີນເປັນພິເສດ ແລະ ຈະຈັດຫໍວາງສະແດງແຫ່ງຊາດຂອງ ສ.ເກົາຫຼີເປັນຄັ້ງທຳອິດ.

ນອກນີ້, ກອງປະຊຸມສຸດຍອດວ່າດ້ວຍການຄ້າແລະການລົງທຶນຈີນ-ອາຊຽນຄັ້ງທີ 19 ຈະຈັດຂຶ້ນລະຫວ່າງວັນທີ 16-17 ກັນຍາໜ້ານີ້.