ນະຄອນຫຼວງແບກແດັດຂອງປະເທດອີຣັກໄດ້ເກີດການປະທະກັນ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 12 ຄົນ

2022-08-30 11:31:06 CRI

ວັນທີ 29 ສິງຫານີ້, ເຈົ້າໜ້າທີ່ກະຊວງພາຍໃນອີຣັກກ່າວວ່າ, ມື້ດຽວກັນ, ການປະທ້ວງທີ່ຈັດຂຶ້ນຢູ່ “ເຂດສີຂຽວ” ຂອງນະຄອນຫຼວງແບກແດັດໄດ້ເກີດການປະທະກັນແບບນອງເລືອດ, ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 12 ຄົນ ແລະ ຫຼາຍຄົນໄດ້ຮັບບາດເຈັບ.

ຕອນເຊົ້າມື້ດຽວກັນ, ທ່ານມົກຕາດາ ອານ-ຊາດ ຜູ້ນຳທາງສາສະໜານິກາຍຊີອະຂອງອີຣັກໄດ້ຂຽນຂໍ້ຄວາມຜ່ານສື່ສັງຄົມອອນລາຍວ່າ, “ຂ້ອຍຕົກລົງບໍ່ແຊກແຊງວຽກງານການເມືອງ, ຂໍປະກາດອອກຮັບເບ້ຍບຳນານ”, ອົງການຈັດຕັ້ງຕ່າງໆຂອງ “ຂະບວນການຊາດ” ທີ່ນຳພາໂດຍທ່ານມົກຕາດາ ອານ-ຊາດ ກໍຈະປິດປະຕູ. ກ່ອນໜ້ານີ້, ທ່ານມົກຕາດາ ອານ-ຊາດໄດ້ຮຽກຮ້ອງໃຫ້ຍຸບສະພາປະຊາຊົນມາໂດຍຕະຫຼອດ ເພື່ອໃຫ້ຈັດການເລືອກຕັ້ງຄືນໃໝ່ ເພື່ອແກ້ໄຂສະພາບອຶງຕຶງ ທີ່ບໍ່ສາມາດສ້າງຕັ້ງຄະນະລັດຖະບານໄດ້ມາເປັນເວລາຫຼາຍເດືອນ. ພາຍຫຼັງທ່ານກ່າວສະແດງທ່າທີຂອງຕົນແລ້ວ, ການປະທ້ວງທີ່ແກ່ຍາວມາເປັນເວລາ 1 ເດືອນໄດ້ຮຸນແຮງຂຶ້ນແບບກະທັນຫັນ.