ຟີລິບປິນເຫັນດີໃຫ້ແກ້ໄຂບັນຫາທະເລຈີນໃຕ້ດ້ວຍສັນຕິວິທີ

2022-08-30 15:55:04 cri

ຫວ່າງມໍ່ໆມານີ້, ທ່ານອິນຣີເກ ມານາໂລ ລັດຖະມົນຕີກະຊວງການຕ່າງປະເທດຟີລິບປິນ ໄດ້ພົບປະກັບທ່ານຫຼິວຈ້ຽນຊາວ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງັພັກກອມມູນິດຈີນ ໂດຍກ່າວວ່າ: ຟີລິບປິນມີຈຸດຢືນຈັດເອົາບັນຫາທະເລຈີນໃຕ້ໄວ້ຢູ່ໃນຖານະອັນເໝາະສົມໃນການພົວພັນລະຫວ່າງສອງຝ່າຍ, ຍິນດີແກ້ໄຂບັນຫາທະເລຈີນໃຕ້ຢ່າງສົມເຫດສົມຜົນໂດຍຜ່ານວິຖີທາງການທູດໂດຍສັນຕິ, ຮ່ວມກັນປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງທະເລຈີນໃຕ້.

ທ່ານອິນຣີເກ ມານາໂລໄດ້ຕີລາຄາຢ່າງຕັ້ງໜ້າຕໍ່ການພົວພັນຟີລິບປິນ-ຈີນ ໂດຍກ່າວວ່າ, ການຮ່ວມມືຕົວຈິງລະຫວ່າງຟີລິບປິນແລະຈີນໄດ້ປະສົບຜົນສຳເລັດທີ່ອຸດົມສົມບູນ, ຫວັງວ່າຈະສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດອັນກວ້າງຂວາງ ເຊັ່ນ: ກະສິກຳ, ການກໍ່ສ້າງພື້ນຖານໂຄງລ່າງ, ວັດທະນະທຳ, ການປ່ຽນແປງຂອງດິນຟ້າອາກາດ ແລະ ອື່ນໆ ລະຫວ່າງສອງປະເທດ. ຟີລິບປິນຈະຍຶດໝັ້ນຫຼັກການປະເທດຈີນດຽວຢ່າງສະເໝີຕົ້ນສະເໝີປາຍ. ຍິນດີແກ້ໄຂບັນຫາທະເລຈີນໃຕ້ຢ່າງສົມເຫດສົມຜົນໂດຍຜ່ານວິຖີທາງການທູດໂດຍສັນຕິ, ຮ່ວມກັນປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງທະເລຈີນໃຕ້. ຟີລິບປິນສະໜັບສະໜູນໃຫ້ພັກການເມືອງສອງປະເທດເພີ່ມທະວີການແລກປ່ຽນ ແລະ ຮ່ວມມືກັນຕື່ມອີກ ເພື່ອເສີມຂະຫຍາຍບົດບາດສຳຄັນຕໍ່ການຂະຫຍາຍການພົວພັນລະຫວ່າງສອງປະເທດ.