ງານຕະຫຼາດນັດການຄ້າການບໍລິການສາກົນຈີນປີ 2022 ຈັດຂຶ້ນໃນມື້ນີ້

2022-08-31 11:26:43 CRI

ງານຕະຫຼາດນັດການຄ້າການບໍລິການສາກົນຈີນປີ 2022 ທີ່ຈະດຳເນີນເປັນເວລາ 6 ວັນ ໄດ້ຈັດຂຶ້ນໃນວັນທີ 31 ສິງຫານີ້. ປັດຈຸບັນ, ວຽກງານກະກຽມທຸກຢ່າງໄດ້ກຽມພ້ອມແລ້ວ. ເນື້ອທີ່ວາງສະແດງ ແລະ ວິສາຫະກິດທີ່ເຂົ້າຮ່ວມການວາງສະແດງທາງອັອຟລາຍໃນຄັ້ງນີ້ ລ້ວນແຕ່ມີຫຼາຍກວ່າຄັ້ງຜ່ານມາ, ເນື້ອທີ່ວາງສະແດງໄດ້ບັນລຸເຖິງ 152.000 ຕາແມັດ.

ນອກຈາກການວາງສະແດງຕາມ 9 ຫົວຂໍ້ສະເພາະ ເຊັ່ນ: ໂທລະຄົມ, ຄອມພິວເຕີແລະການບໍລິການດ້ານຂໍ້ມູນຂ່າວສານ, ການບໍລິການດ້ານການທະນາຄານ, ການບໍລິການດ້ານວັດທະນະທຳ ແລະ ທ່ອງທ່ຽວ, ການບໍລິການດ້ານກິລາ, ການບໍລິການດ້ານສະພາບແວດລ້ອມເປັນຕົ້ນ, ງານຕະຫຼາດນັດຄັ້ງນີ້ຍັງຈະຈັດ ກິດຈະກຳ 6 ປະເພດໃຫຍ່ ເຊັ່ນ: ກອງປະຊຸມສຸດຍອດວ່າດ້ວຍການຄ້າການບໍລິການທົ່ວໂລກ, ການເຜີຍແຜ່ຜົນງານເປັນຕົ້ນ, ເວທີປຶກສາຫາລື, ກອງປະຊຸມ ແລະ ກິດຈະກຳອື່ນໆໃນງານຕະຫຼາດນັດຄັ້ງນີ້ຈະມີເຖິງ 163 ຄັ້ງ.

ຕອນຄ່ຳມື້ນີ້, ກອງປະຊຸມສຸດຍອດວ່າດ້ວຍການຄ້າການບໍລິການທົ່ວໂລກປີ 2022 ຈະຈັດຂຶ້ນຢູ່ສູນປະຊຸມແຫ່ງຊາດນະຄອນຫຼວງປັກກິ່ງ.