ງານຕະຫຼາດນັດການຄ້າການບໍລິການສາກົນຈີນເປັນການປະກອບສ່ວນເຂົ້າໃນການຟື້ນຟູເສດຖະກິດແລະການພັດທະນາຂອງໂລກ

2022-08-31 19:47:44 cri

ວັນທີ 31 ສິງຫານີ້ຫາວັນທີ 5 ກັນຍາ 2022, ງານຕະຫຼາດນັດການຄ້າການບໍລິການສາກົນຈີນປີ 2022 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ສປ ຈີນ. ງານຕະຫຼາດນັດການຄ້າການບໍລິການສາກົນຈີນໃນຖານະເປັນງານຊື້ຂາຍສັງລວມລະດັບຊາດແລະສາກົນພຽງແຫ່ງດຽວຂອງໂລກທີ່ຈັດຂຶ້ນສະເພາະການຄ້າການບໍລິການ, ແມ່ນງານວາງສະແດງຂະໜາດໃຫຍ່ທີ່ສຸດໃນໂລກໃນຂົງເຂດການຄ້າການບໍລິການ.

ວັນທີ 28 ພຶດສະພາປີ 2012, ງານຕະຫຼາດນັດການຄ້າປັກກິ່ງເຊິ່ງເປັນຕົ້ນກຳເນີດຂອງງານຕະຫຼາດນັດການຄ້າການບໍລິການສາກົນຈີນໄດ້ຈັດຂຶ້ນຢ່າງເປັນທາງການ, ເຊິ່ງເປັນເວທີການຄ້າສັງລວມພຽງແຫ່ງດຽວຂອງໂລກໃນເວລານັ້ນທີ່ກວມເອົາຂົງເຂດການຄ້າການບໍລິການ 12 ປະເພດໃຫຍ່ທີ່ອົງການການຄ້າໂລກກຳນົດໄວ້.

ເລີ່ມແຕ່ງານຕະຫຼາດນັດການຄ້າປັກກິ່ງຄັ້ງທຳອິດຫາຄັ້ງທີ 6, ມູນຄ່າການຊື້ຂາຍໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ໃນງານຕະຫຼາດນັດການຄ້າປັກກິ່ງຄັ້ງທີ 6 ທີ່ຈັດຂຶ້ນເມື່ອປີ 2019, ມູນຄ່າການຄ້າໄດ້ບັນລຸເຖິງ 105,06 ຕື້ໂດລາສະຫະລັດ, ມູນຄ່າໃນສັນຍາສາກົນທີ່ໄດ້ເຊັນກັນມີຫຼາຍກວ່າ 17,5 ຕື້ໂດລາສະຫະລັດ.

ປີ 2020, ງານຕະຫຼາດນັດການຄ້າປັກກິ່ງໄດ້ປ່ຽນຊື່ເປັນງານຕະຫຼາດນັດການຄ້າການບໍລິການສາກົນຈີນຢ່າງເປັນທາງການ, ແລະກາຍເປັນງານມະໂຫລານທີ່ມີຂະໜາດນຳໜ້າໝູ່ໃນຂົງເຂດການຄ້າການບໍລິການຂອງໂລກ, ຮ່ວມກັນກັບງານຕະຫຼາດນັດສິນຄ້າຂາເຂົ້າຂາອອກຈີນແລະງານວາງສະແດງສິນຄ້ານຳເຂົ້າສາກົນຈີນ, ກາຍເປັນເວທີ 3 ແຫ່ງໃນດ້ານການເປີດປະຕູສູ່ພາຍນອກຂອງຈີນ, ເຮັດໃຫ້ປະເທດຈີນແລະໂລກເຊື່ອມຈອດກັນຢ່າງໃກ້ຊິດ, ແລະເພີ່ມພະລັງງານຂອງປະເທດຈີນເຂົ້າໃນການເຕີບໂຕຂອງເສດຖະກິດໂລກ.

10 ປີຂອງການຈັດງານຕະຫຼາດນັດການຄ້າການບໍລິການສາກົນຈີນແມ່ນ 10 ປີທີ່ການຄ້າການບໍລິການຂອງຈີນພັດທະນາຢ່າງວ່ອງໄວ. ໃນ 10 ປີຜ່ານມາ, ການຄ້າຂາເຂົ້າຂາອອກດ້ານການບໍລິການຂອງຈີນໄດ້ເພີ່ມຂຶ້ນ 6,1% ສະເລ່ຍຕໍ່ປີ, ສູງກວ່າຄວາມໄວເຕີບໂຕສະເລ່ຍຂອງໂລກ 3,1%, ຄອງອັນດັບທີ 2 ຂອງໂລກເປັນ 8 ປີລຽນຕິດ. “ການບໍລິການຂອງປະເທດຈີນ” ໄດ້ພັດທະນາກ້າວຂຶ້ນເທື່ອລະກ້າວ, ຮ່ວມກັນກັບ “ການຜະລິດຢູ່ຈີນ” ກາຍເປັນພາບທີ່ສວຍງານຂອງໂລກ.

ງານຕະຫຼາດນັດການຄ້າການບໍ່ລິການຄັ້ງນີ້ໄດ້ສຸມໃສ່ຈຸດສຸມແລະທ່າອຽງດ້ານການຄ້າການບໍລິການ, ນອກຈາກງານວາງສະແດງສັງລວມແລ້ວ, ຍັງໄດ້ຈັດງານວາງສະແດງ 9 ຫົວຂໍ້ສະເພາະເຊັ່ນ: ໂທລະຄົມ, ຄອມພິວເຕີແລະການບໍລິການດ້ານຂໍ້ມູນຂ່າວສານ, ການບໍລິການດ້ານການທະນາຄານແລະອື່ນໆ, ໄດ້ດຶງດູດວິສາຫະກິດ 2436 ແຫ່ງເຂົ້າຮ່ວມງານວາງສະແດງ, ເຊິ່ງຫຼາຍກວ່າງານຄັ້ງແລ້ວນີ້, ໄດ້ກວມເອົາເຖິງ 30 ປະເທດແລະເຂດແຄວ້ນທີ່ນຳໜ້າໝູ່ດ້ານການຄ້າການບໍລິການ.

ຄຳຂວັນຖາວອນຂອງງານຕະຫຼາດນັດຄັ້ງນີ້ແມ່ນ “ບໍລິການທົ່ວໂລກ, ແບ່ງປັນຜົນປະໂຫຍດເຊິ່ງກັນແລະກັນ”, ເຊິ່ງເປັນການບັນລະຍາຍຫຼັກການຂອງການເປີດປະຕູສູ່ພາຍນອກຂອງຈີນທີ່ໃຫ້ປະໂຫຍດແກ່ກັນແລະກັນ, ກໍ່ສ້າງຮ່ວມກັນແລະຊົມໃຊ້ຮ່ວມກັນ. ພາຍໃຕ້ສະພາບການທີ່ພະຍາດໂຄວິດ-19 ສືບຕໍ່ແຜ່ລະບາດໃນທົ່ວໂລກ, ສະພາບແວດລ້ອມສາກົນບໍ່ໝັ້ນທ່ຽງ, ປັດໄຈບໍ່ແນ່ນອນເພີ່ມຂຶ້ນ, ເສດຖະກິດໂລກຟື້ນຕົວຄືນໃໝ່ທີ່ບໍ່ທັນເຂັ້ມແຂງ, ງານຕະຫຼາດນັດການຄ້າການບໍລິການສາກົນຈີນໄດ້ສ້າງໂອກາດຟື້ນຟູໃຫ້ແກ່ອຸດສາຫະກຳການບໍລິການ, ສ້າງຈຸດເຕີບໂຕໃໝ່ແລະໂອກາດຟື້ນຟູຄືນໃໝ່ໃຫ້ແກ່ເສດຖະກິດໂລກ, ເຊິ່ງເປັນການປະກອບສ່ວນດ້ານພະລັງແຮງຂອງຈີນເຂົ້າໃນການຟື້ນຟູເສດຖະກິດແລະການພັດທະນາຂອງໂລກ.