ອິນໂດເນເຊຍຈະເບີກຈ່າຍເງິນຊ່ວຍເຫຼືອ 24.000 ຕື້ຣູປີ ເພື່ອຊ່ວຍປະຊາຊົນຮັບມືກັບລາຄານໍ້າມັນເຊື້ອໄຟທີ່ເພີ່ມສູງຂຶ້ນ

2022-08-31 14:43:35 cri

ວັນທີ 29 ສິງຫານີ້, ລັດຖະບານອິນໂດເນເຊຍປະກາດວ່າ: ຈະເບີກເງິນຊ່ວຍເຫຼືອ 24.170 ຕື້ຣູປີ(ເທົ່າກັບປະມານ 1,6 ຕື້ໂດລາສະຫະລັດ)ເຊິ່ງລວມທັງແຈກຢາຍເງິນສົດອຸດໜູນໃຫ້ແກ່ປະຊາຊົນປະເທດຕົນ ເພື່ອຊ່ວຍເຂົາເຈົ້າຮັບມືກັບລາຄານໍ້າມັນເຊື້ອໄຟທີ່ຈະເພີ່ມສູງຂຶ້ນ.

ເນື່ອງຈາກວ່າລາຄານໍ້າມັນເຊື້ອໄຟໃນທົ່ວໂລກເພີ່ມສູງຂຶ້ນ ແລະລາຄາເງິນຣູປີ ອິນໂດເນເຊຍຕົກຕໍ່າລົງຢ່າງຕໍ່ເນື່ອງ, ເງິນອຸດໜູນດ້ານພະລັງງານຂອງອິນໂດເນເຊຍໃນປີນີີ້ ອາດຈະສູງກວ່າງົບປະມານທີ່ວາງອອກໃນເມື່ອກ່ອນ 2 ເທົ່າ ເຊິ່ງບັນລຸເຖິງ 502.000 ຕື້ຣູປີ ອິນໂດເນເຊຍ ແລະກວມເອົາ 16% ຂອງລາຍຈ່າຍທັງໝົດ. ກ່ອນໜ້ານີ້, ກະຊວງການເງິນອິນໂດເນເຊຍໄດ້ເປີດເຜີຍໃຫ້ຮູ້ວ່າ: ໂກຕາເງິນອຸດໜູນຂອງອິນໂດເນເຊຍແມ່ນໃຊ້ຈ່າຍເກືອບໝົດແລ້ວ. ຖ້າວ່າບໍ່ປັບຂຶ້ນ ລາຄານໍ້າມັນເຊື້ອໄຟ, ປີນີ້ອິນໂດເນເຊຍຈະຕ້ອງເບີກງົບປະມານຫຼາຍກວ່າເກົ່າເພື່ອໃຊ້ຈ່າຍເຂົ້າໃນການອຸດໜູນ.

ໃນເດືອນກໍລະກົດ 2022 ນີ້, ອັດຕາເງິນເຟີ້ຂອງອິນໂດເນເຊຍໄດ້ບັນລຸເຖິງ 4,94% ເຊິ່ງເປັນລະດັບສູງສຸດໃນຮອບ 7 ປີຜ່ານມາ, ແຕ່ກໍຍັງຕໍ່າຫຼາຍກວ່າປະເທດທີ່ອ່າວພັດທະນາ ຍ້ອນລັດຖະບານອິນໂດເນເຊຍໃຫ້ເງິນອຸດໜູນດ້ານນໍ້າມັນເຊື້ອໄຟ.