ບໍລິສັດ Gazprom ຂອງຣັດເຊຍຍຸດຕິການສະໜອງແກັສທໍາມະຊາດໃຫ້ແກ່ບໍລິສັດ Engie ຂອງຝຣັ່ງ

2022-08-31 14:52:07 cri

ວັນທີ 30 ສິງຫານີ້, ບໍລິສັດຫຸ້ນສ່ວນອຸດສາຫະກໍາແກັສທໍາມະຊາດຣັດເຊຍ ຫຼື Gazprom ໄດ້ອອກຖະແຫຼງການວ່າ: ບໍລິສັດຕົນ ໄດ້ຍຸດຕິການສະໜອງແກັສທໍາມະຊາດໃຫ້ແກ່ບໍລິສັດ Engie ຂອງຝຣັ່ງແລ້ວ.

ຖະແຫຼງການລະບຸວ່າ: ນັບມາຮອດວັນທີ 30 ສິງຫານີ້, ບໍລິສັດຫຸ້ນສ່ວນອຸດສາຫະກໍາແກັສທໍາມະຊາດຣັດເຊຍ ຍັງບໍ່ທັນໄດ້ຮັບເງິນຊື້ແກັສທໍາມະຊາດງວດສຸດທ້າຍຂອງເດືອນກໍລະກົດ ທີ່ບໍລິສັດ Engie ຂອງຝຣັ່ງຄວນຊໍາລະ. ອີງຕາມດໍາລັດປະທານາທິບໍດີຣັດເຊຍສະບັບເລກທີ 172 ກ່ຽວກັບຝ່າຍຊື້ຕ່າງປະເທດປະຕິບັດພາລະຂອງຕົນຕໍ່ບໍລິສັດແກັສທໍາມະຊາດຂອງຣັດເຊຍ: ຖ້າວ່າຝ່າຍຊື້ຕ່າງປະເທດໃດບໍ່ໄດ້ຊໍາລະເງິນທັງໝົດພາຍໃນໄລຍະຊໍາລະເງິນທີ່ກໍານົດໄວ້ໃນສັນຍາ, ຣັດເຊຍຈະຫ້າມບໍ່ໃຫ້ສະໜອງແກັສທໍາມະຊາດຕໍ່ຝ່າຍຊື້ຕ່າງປະເທດນີ້ທັນທີ.