ລັດຖະມົນຕີການຕ່າງປະເທດຮົງກາລີກ່າວວ່າ: ປະເທດສະມາຊິກສະຫະພາບເອີຣົບກໍາລັງກ້າວເຂົ້າສູ່“ການພັງທະລາຍດ້ານພະລັງງານ”

2022-08-31 14:48:18 cri

ເພື່ອປະຕິບັດຕາມມາດຕະການລົງໂທດຣັດເຊຍຂອງອາເມຣິກາ, ສະຫະພາບເອີຣົບໄດ້ຕົກລົງຫຼຸດການນໍາເຂົ້າພະລັງງານຈາກຣັດເຊຍເທື່ອລະກ້າວ. ແຕ່ວ່າ ປະເທດສະມາຊິກສະຫະພາບເອີຣົບໄດ້ອາໄສພະລັງງານຂອງຣັດເຊຍໃນລະດັບສູງມາເປັນເວລາຍາວນານແລ້ວ, ປັດຈຸບັນ, ການສະໜອງພະລັງງານຢູ່ສະຫະພາບເອີຣົບນັບມື້ນັບບໍ່ພຽງພໍ ຍ້ອນອາກາດເຢັນລົງ. ສະນັ້ນ,ວັນທີ 29 ສິງຫານີ້, ທ່ານປິເຕີ ຊີຢາໂຕ ລັດຖະມົນຕີກະຊວງການຕ່າງປະເທດ ແລະການຄ້າຕ່າງປະເທດຮົງກາລີ ຈຶ່ງໄດ້ກ່າວເຕືອນວ່າ: ປະເທດສະມາຊິກສະຫະພາບເອີຣົບກໍາລັງກ້າວເຂົ້າສູ່“ການພັງທະລາຍດ້ານພະລັງງານ”

ທ່ານປິເຕີ ຊີຢາໂຕ ກ່າວເຕືອນຕື່ມອີກວ່າ: ພາຍໃຕ້ສະພາບທີ່ບໍ່ມີພະລັງງານທົດແທນທີ່ເໝາະສົມ, ຖ້າປະເທດສະມາຊິກສະຫະພາບເອີຣົບປະຕິເສດການນໍາເຂົ້າພະລັງງານຈາກຣັດເຊຍ ອາດຈະເຮັດໃຫ້ລະບົບພະລັງງານພັງທະລາຍ. ທ່ານເຫັນວ່າ: ພະລັງງານທີ່ມາຈາກຣັດເຊຍ ເປັນສ່ວນປະກອບຂອງຄວາມໝັ້ນຄົງດ້ານພະລັງງານຂອງເອີຣົບ.