ທ່ານວະລາດິເມຍ ປູຕິນສະແດງຄວາມໄວ້ອາໄລຕໍ່ການເຖິງແກ່ມໍລະນະກຳຂອງທ່ານມີຄາອິວ ເຊເກເຢວິກ ກໍບາຈົຟ

2022-08-31 11:25:39 CRI

ວັນທີ 31 ສິງຫານີ້, ຂ່າວສານຣັດເຊຍໄດ້ອ້າງແຫຼ່ງຂ່າວຈາກທ່ານດິມີຕຣີ ເປສຄົຟ ໂຄສົກປະທານາທິບໍດີຣັດເຊຍລາຍງານວ່າ, ທ່ານວະລາດິເມຍ ປູຕິນ ປະທານາທິບໍດີສະແດງຄວາມໄວ້ອາໄລຢ່າງສຸດຊຶ້ງ ຕໍ່ການເຖິງແກ່ມໍລະນະກຳຂອງທ່ານມີຄາອິວ ເຊເກເຢວິກ ກໍບາຈົຟ ແລະ ຈະສົ່ງສານສະແດງຄວາມເຫັນໃຈເຖິງຄອບຄົວຂອງທ່ານມີຄາອິວ ເຊເກເຢວິກ ກໍບາຈົຟ ໃນຕອນເຊົ້າວັນທີ 31 ສິງຫານີ້.

ຕອນຄ່ຳວັນທີ 30 ສິງຫານີ້ຕາມເວລາທ້ອງຖິ່ນ, ໂຮງໝໍສູນກາງຂອງກົມວຽກງານປະທານາທິບໍດີຣັດເຊຍແຈ້ງຂ່າວວ່າ, ທ່ານມີຄາອິວ ເຊເກເຢວິກ ກໍບາຈົຟ ຜູ້ນຳຄົນສຸດທ້າຍຂອງອະດີດສະຫະພາບໂຊວຽດໄດ້ເຖິງແກ່ມໍລະນະກຳ ໃນຕອນຄ່ຳມື້ດຽວກັນ ເນື່ອງຈາກເຈັບປ່ວຍອັນເປັນພະຍາດຂັ້ນສາຫັດມາເປັນເວລາດົນນານ, ລວມອາຍຸໄດ້ 91 ປີ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ