ຖ້າບໍ່ມີກໍລະນີພິເສດ ທ່ານສີຈິ້ນຜິງຈະໄປເຂົ້າຮ່ວມກອງປະຊຸມອາເປັກຢູ່ປະເທດໄທ

2022-08-31 11:27:27 CRI

ຫວ່າງມໍ່ໆມານີ້, ທ່ານຮານຈື້ສຽງ ເອກອັກຄະລັດຖະທູດຈີນປະຈຳໄທໃຫ້ສຳພາດຕໍ່ລາຍການ “ກາເຟດຳ” ຂອງໂທລະພາບ PPTV ຂອງໄທວ່າ, ຖ້າບໍ່ມີກໍລະນີພິເສດ, ທ່ານສີຈິ້ນຜິງ ປະທານປະເທດຈີນຈະໄປເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຂອງຜູ້ນຳອາເປັກ ທີ່ຈະຈັດຂຶ້ນຢູ່ປະເທດໄທ.

ທ່ານຮານຈື້ສຽງກ່າວຕື່ມວ່າ, ອົງການອາເປັກແມ່ນໜຶ່ງໃນອົງການຈັດຕັ້ງຮ່ວມມືທີ່ສຳຄັນທີ່ສຸດໃນພາກພື້ນນີ້. ເປັນເວລາດົນນານມາແລ້ວ, ຈີນຕັ້ງໜ້າເຂົ້າຮ່ວມການຮ່ວມມືອາເປັກ, ໄດ້ປະກອບສ່ວນຕໍ່ກົນໄກການຮ່ວມມືອາເປັກ ແລະ ກໍແມ່ນຜູ້ໄດ້ຮັບຜົນປະໂຫຍດຈາກກົນໄກການຮ່ວມມືດັ່ງກ່າວ. ປີນີ້, ກອງປະຊຸມອາເປັກຈະຈັດຂຶ້ນຢູ່ປະເທດໄທ, ຈີນໄດ້ກ່າວຢ່າງຈະແຈ້ງແຕ່ຕອນຕົ້ນແລ້ວວ່າ, ຈະສະໜັບສະໜູນໄທເປັນເຈົ້າພາບຈັດກອງປະຊຸມອາເປັກໃນປີນີ້ຢ່າງສຳເລັດຜົນ. ທ່ານກ່າວວ່າ: “ຖ້າບໍ່ມີກໍລະນີພິເສດ, ທຳມະດາແລ້ວ, ທ່ານສີຈິ້ນຜິງ ປະທານປະເທດຈີນຈະເຂົ້າຮ່ວມກອງປະຊຸມຄັ້ງນີ້.”