ກອງປະຊຸມເຈົ້າໜ້າທີ່ອາວຸໂສຄັ້ງທີ 3 ຂອງອົງການອາເປັກປີ 2022 ໄດ້ເປີດເຜີຍໝາກຜົນກອງປະຊຸມ

2022-09-01 11:13:19 CRI

ກອງປະຊຸມເຈົ້າໜ້າທີ່ອາວຸໂສຄັ້ງທີ 3 ແລະ ກອງປະຊຸມທີ່ກ່ຽວຂ້ອງຂອງອົງການອາເປັກປີ 2022 ໄດ້ຈັດຂຶ້ນຢູ່ນະຄອນຊຽງໃໝ່ປະເທດໄທລະຫວ່າງວັນທີ 16 ຫາ 31 ສິງຫາຜ່ານມານີ້.

ວັນທີ 31 ສິງຫາຜ່ານມານີ້, ກອງປະຊຸມເຈົ້າໜ້າທີ່ອາວຸໂສຄັ້ງທີ 3 ແລະ ກອງປະຊຸມທີ່ກ່ຽວຂ້ອງໄດ້ເປີດເຜີຍໝາກຜົນລະອຽດ 3 ຂໍ້ຂອງກອງປະຊຸມດັ່ງນີ້:

ໜຶ່ງ: ຈະສ້າງໂອກາດດ້ານເສດຖະກິດໃຫ້ກຸ່ມຄົນທັງໝົດ. ກອງປະຊຸມຄັ້ງນີ້ໄດ້ປຶກສາຫາລື ແລະ ວາງແຜນການເສັ້ນທາງໄລຍະຍາວທີ່ຊຸກຍູ້ການຈັດຕັ້ງປະຕິບັດສັນຍາການຄ້າເສລີອາຊີ-ປາຊີຟິກ ຫຼື FTAAP ໃນໄລຍະທ້າຍຂອງການແຜ່ລະບາດຂອງພະຍາດໂຄວິດ-19.

ສອງ: ຊຸກຍູ້ການທ່ອງທ່ຽວຂ້າມຊາຍແດນທີ່ສະດວກ ແລະ ປອດໄພກວ່າເກົ່າ. ສະມາຊິກອົງການອາເປັກຈະສ້າງລະບົບແລກປ່ຽນຂໍ້ມູນ ເພື່ອປົກປັກຮັກສາການທ່ອງທ່ຽວຂ້າມຊາຍແດນ ໃນຂະນະທີ່ຮັບປະກັນການຮັບມືກັບວິກິດການ.

ສາມ: ຊຸກຍູ້ການເຕີບໂຕແບບເຊື່ອມໂຍງເຂົ້າກັນ, ດຸນດ່ຽງ ແລະ ຕໍ່ເນື່ອງ. ກອງປະຊຸມໄດ້ສຸມໃສ່ປຶກສາຫາລືຄວາມສຳຄັນໃນການຊຸກຍູ້ໃຫ້ອຸດສາຫະກຳທ່ອງທ່ຽວພັດທະນາແບບຍືນຍົງ ແລະ ຊຸກຍູ້ໃຫ້ການຜະລິດທັນຍາຫານແລະກະສິກຳໃຫ້ພັດທະນາຢ່າງຕໍ່ເນື່ອງ.