ອາເມຣິກາຫຼິ້ນເກມໃນບັນຫາຊິ່ນຈ່ຽງ ທາດແທ້ກໍແມ່ນເພື່ອຕັດການພົວພັນກັບຕ່ອງໂສ້ການສະໜອງຂອງຈີນ

2022-09-01 16:23:13 cri

ໃນໄລຍະມໍ່ໆມານີ້, ອາເມຣິກາໄດ້ເລີ່ມກ່າວໂຈມຕີເຂດຊິ່ນຈ່ຽງຈີນເລື້ອຍໆຊ້ຳຊ້ອນ. ກ່ອນໜ້ານີ້ບໍ່ດົນ, ກະຊວງການຕ່າງປະເທດອາເມຣິກາໄດ້ເປີດເຜີຍບົດລາຍງານປະຈຳປີກ່ຽວກັບການຂົນສົ່ງ ແລະຄ້າຂາຍມະນຸດ ໂດຍໄດ້ສືບຕໍ່ເສກສັນປັ້ນແຕ່ງຄຳຫຼອກລວງກ່ຽວກັບອັນທີ່ເອີ້ນວ່າ “ຄ້າຍກັກຂັງ” ແລະ “ການບັງຄັບອອກແຮງງານ” ຢູ່ເຂດຊິ່ນຈ່ຽງຈີນ. ກ່ອນໜ້ານີ້, ກະຊວງການຕ່າງປະເທດອາເມຣິກາໄດ້ຍື່ນບົດລາຍງານປະຈຳປີ 2022 ກ່ຽວກັບກົດໝາຍວ່າດ້ວຍການປ້ອງກັນການຂ້າລ້າງເຊື້ອຊາດຜິວພັນ ແລະການກະທຳຮຸນແຮງຂອງທ່ານເອລີ ວີເຊວ ໂດຍໄດ້ໃສ່ຮ້າຍປ້າຍສີອີກເທື່ອໜຶ່ງວ່າ: ຢູ່ເຂດຊິ່ນຈ່ຽງຈີນມີ “ການບັງຄັບອອກແຮງງານ”. ໃນວັນທີ 30 ສິງຫາຜ່ານມານີ້, ທ່ານລິນດາ ໂທມັສ ກຣີນຟີວ ຜູ້ຕາງໜ້າຖາວອນອາເມຣິກາປະຈຳອົງການສະຫະປະຊາຊາດໄດ້ອອກຖະແຫຼງການ ໂດຍສວຍໃຊ້ໂອກາດວັນສາກົນກ່ຽວກັບຜູ້ຖືກເຄາະຮ້າຍທີ່ຖືກບັງຄັບໃຫ້ຫາຍສາບສູນ ເພື່ອເສກສັນປັ້ນແຕ່ງຂ່າວລືກ່ຽວກັບຈີນ, ໃສ່ຮ້າຍປ້າຍສີຈີນ ແລະຕຳໜິຕິຕຽນຈີນໂດຍບໍ່ມີເຫດຜົນ.

ທີ່ຈິງແລ້ວ, ຄຳຫຼອກລວງທີ່ອາເມຣິກາເສກສັນປັ້ນແຕ່ງຂຶ້ນມາດັ່ງກ່າວ, ປະຊາຄົມໂລກໄດ້ຍິນຫຼາຍເທື່ອຈົນເບື່ອແລ້ວ. ຄັນຊັ້ນ, ເປັນຫຍັງອາເມຣິກາຍັງສືບຕໍ່ ຫຼິ້ນເກມໃນບັນຫາຊິ່ນຈ່ຽງຈີນເທື່ອແລ້ວເທື່ອອີກ? ຕໍ່ກັບເລື່ອງນີ້, ນັກວິເຄາະເຫັນວ່າ: ອາເມຣິກາເຮັດແນວນີ້ຕໍ່ເຂດຊິ່ນຈ່ຽງຈີນ ຈຸດປະສົງໃຈກາງກໍຄືຢາກຕັດການພົວພັນກັບຕ່ອງໂສ້ການສະໜອງຂອງຈີນ, ປັດເຂ່ຍເຂດຊິ່ນຈ່ຽງ ກໍຄືປະເທດຈີນ ອອກຈາກຕ່ອງໂສ້ອຸດສາຫະກຳທົ່ວໂລກ. ທີ່ຈິງແລ້ວ ນີ້ກໍແມ່ນກົນອຸບາຍປັ່ນປ່ວນເຂດຊິ່ນຈ່ຽງ ແລະຕ້ານຈີນໂດຍອ້າງບັນຫາຊິ່ນຈ່ຽງນັ້ນເອງ.

ສຳລັບໝາກຜົນແຫ່ງການພັດທະນາຂອງເຂດຊິ່ນຈ່ຽງຈີນ, ປະຊາຊົນຊິ່ນຈ່ຽງໄດ້ສຳຜັດດ້ວຍຕົນເອງຢ່າງແທ້ຈິງ, ສ່ວນຊາວໂລກກໍໄດ້ເຫັນກັບຕາຕົນເອງແລ້ວ. ໃນຮອບ 60 ກວ່າປີທີ່ຜ່ານມາ, ຈຳນວນປະຊາກອນເຂດຊິ່ນຈ່ຽງໄດ້ເພີ່ມຂຶ້ນ 4 ເທົ່າ, ຈຳນວນປະຊາກອນເຜົ່າອຸ່ຍເກີຢູ່ເຂດຊິ່ນຈ່ຽງ ໄດ້ເພີ່ມຂຶ້ນຈາກ 2.200.000 ຄົນມາເປັນ 12.000.000 ຄົນໃນປັດຈຸບັນ, ອາຍຸຍືນສະເລ່ຍຕໍ່ຫົວຄົນຂອງເຂດຊິ່ນຈ່ຽງ ໄດ້ເພີ່ມຂຶ້ນຈາກ 30 ປີ ມາເປັນ 74,7 ປີໃນປັດຈຸບັນ.

ກົງກັນຂ້າມ, ສະພາບການສິດທິມະນຸດຂອງອາເມຣິກາ ພັດເຕັມໄປດ້ວຍເລື່ອງຊົ່ວ ແລະນັບມື້ນັບຊຸດໂຊມລົງ: ຫຼັງຈາກອາເມຣິກາປະກາດເປັນເອກະລາດໃນປີ 1776 ແລ້ວ ກໍເລີ່ມຂ້າລ້າງຊາວອິນເດຍແດງຢ່າງຂະໜາດໃຫຍ່ ເຊິ່ງໄດ້ເຮັດໃຫ້ຈຳນວນຊາວອິນເດຍແດງຫຼຸດລົງຈາກ 5.000.000 ຄົນມາເປັນ 250.000 ຄົນຢ່າງວ່ອງໄວ. ອາເມຣິກາຍັງໄດ້ກໍ່ສົງຄາມຢູ່ແຫ່ງຕ່າງໆຂອງໂລກ ດ້ວຍຂໍ້ອ້າງ “ການຕ້ານການກໍ່ການຮ້າຍ”, ໃນເວລາພຽງແຕ່ 10 ກວ່າປີຜ່ານມາ ສົງຄາມເຫຼົ່ານີ້ໄດ້ເຮັດໃຫ້ຫຼາຍກວ່າ 929.000 ຄົນເສຍຊີວິດ. ນອກນີ້, ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ຊາວອາເມຣິກາ 1.040.000 ຄົນເສຍຊີວິດ ຍ້ອນອາເມຣິກາຖືເບົາສິດທິດ້ານຊີວິດ ແລະສິດທິດ້ານສຸຂະພາບຂອງປະຊາຊົນ.

ແຕ່ວ່າ ກົນອຸບາຍຂອງອາເມຣິກາ ບໍ່ສາມາດຫຼອກລວງປິດບັງບຸກຄົນທີ່ມີສາຍຕາເບິ່ງກວ້າງເຫັນໄກໃນສັງຄົມຂອງສາກົນໄດ້. ໃນກອງປະຊຸມສະພາມົນຕີສິດທິມະນຸດອົງການສະຫະປະຊາຊາດ, ມີເກືອບ 100 ປະເທດໄດ້ເປັນເອກະພາບກັນສະໜັບສະໜູນນະໂຍບາຍກ່ຽວກັບເຂດຈີ່ນຈ່ຽງຂອງລັດຖະບານຈີນ ແລະຄັດຄ້ານການແຊກແຊງວຽກງານພາຍໃນຂອງຈີນດ້ວຍຂໍ້ອ້າງສິດທິມະນຸດ.

ສະນັ້ນ, ພວກຂ້າພະເຈົ້າຂໍກ່າວເຕືອນນັກການເມືອງອາເມຣິກາຈຳນວນໜຶ່ງວ່າ: ຊາວໂລກໄດ້ຮັບຮູ້ທາດແທ້ຂອງຄຳຫຼອກລວງກ່ຽວກັບເຂດຊິ່ນຈ່ຽງທີ່ພວກເຈົ້າເສກສັນປັ້ນແຕ່ງຂຶ້ນມາແລ້ວ, ກົນອຸບາຍ “ຕ້ານຈີນໂດຍອ້າງບັນຫາຊິ່ນຈ່ຽງ” ຍ່ອມຈະປະສົບຄວາມຫຼົ້ມເຫຼວຢ່າງແນ່ນອນ. ສິ່ງທີ່ພວກເຈົ້າຄວນເຮັດກໍຄື: ປະຕິບັດມາດຕະການໃນທັນທີ ເພື່ອປົກປ້ອງສິດທິມະນຸດຂອງປະຊາຊົນອາເມຣິກາ, ຍຸດຕິການແຊກແຊງວຽກງານພາຍໃນຂອງປະເທດອື່ນດ້ວຍຂໍ້ອ້າງສິດທິມະນຸດ, ຍຸດຕິການສ້າງອຸປະສັກໃຫ້ກັບການຮ່ວມມືສາກົນດ້ານສິດທິມະນຸດ.