ທ່ານສີຈິ້ນຜິງສົ່ງສານຊົມເຊີຍໄປຍັງງານຕະຫຼາດນັດການຄ້າການບໍລິການສາກົນຈີນປີ 2022

2022-09-01 11:04:29 CRI

ວັນທີ 31 ສິງຫາຜ່ານມານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ສົ່ງສານຊົມເຊີຍໄປຍັງງານຕະຫຼາດນັດການຄ້າການບໍລິການສາກົນຈີນປີ 2022

ເນື້ອໃນສານຊົມເຊີຍໄດ້ລະບຸວ່າ: ງານຕະຫຼາດນັດການຄ້າການບໍລິການສາກົນຈີນແມ່ນເວທີສຳຄັນຂອງຈີນ ເພື່ອເປີດກວ້າງການເປີດປະຕູສູ່ພາຍນອກ, ລົງເລິກການຮ່ວມມື ແລະ ນຳພາການປະດິດສ້າງໃໝ່ ເຊິ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າ ຕໍ່ການຊຸກຍູ້ການພັດທະນາຂອງອຸດສາຫະກຳບໍລິການ ແລະ ການຄ້າການບໍລິການທົ່ວໂລກ. ຈີນຍຶດໝັ້ນຊຸກຍູ້ການພັດທະນາຢ່າງມີຄຸນນະພາບສູງ ດ້ວຍການເປີດປະຕູສູ່ພາຍນອກທີ່ມີລະດັບສູງ, ຜ່ອນຜັນມາດຕະການຢ່າງຕໍ່ເນື່ອງໃນການອະນຸມັດໃຫ້ເຂົ້າເຖິງຕະຫຼາດຈີນໃນຂົງເຂດການບໍລິການ, ຍົກລະດັບເປີດປະຕູສູ່ພາຍນອກດ້ານການຄ້າການບໍລິການຂ້າມຊາຍແດນໃຫ້ສູງຂຶ້ນ, ເປີດກວ້າງພາລະບົດບາດຂອງເວທີເປີດປະຕູສູ່ພາຍນອກ, ພະຍາຍາມສ້າງລະບົບລະບຽບການເປີດປະຕູສູ່ພາຍນອກຂອງອຸດສາຫະກຳການບໍລິການທີ່ມີມາດຕະຖານສູງ.

ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງຍັງເນັ້ນໜັກວ່າ, ຈີນຍິນດີຮ່ວມກັບປະເທດຕ່າງໆຢູ່ໃນໂລກ, ຍຶດໝັ້ນລັດທິຫຼາຍຝ່າຍຢ່າງແທ້ຈິງ, ຍຶດໝັ້ນຄວາມໂອບເອື້ອອາລີ ແລະ ຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ຮ່ວມກັນຊຸກຍູ້ເສດຖະກິດດ້ານບໍລິການທີ່ເປີດປະຕູສູ່ພາຍນອກ ແລະ ຊົມໃຊ້ຮ່ວມກັນ, ເພີ່ມພະລັງແຮງຂັບເຄື່ອນໃຫ້ແກ່ການຟື້ນຕົວຄືນຂອງເສດຖະກິດໂລກ.