ທະນາຄານກາງມຽນມາໃຊ້ມາດຕະຖານເພື່ອສະກັດກັ້ນບໍ່ໃຫ້ເງິນຈາດມຽນມາອ່ອນຄ່າລົງຕື່ມອີກ

2022-09-01 11:11:45 CRI

ຕອນຄ່ຳວັນທີ 31 ສິງຫາຜ່ານມານີ້ຕາມເວລາທ້ອງຖິ່ນ, ທະນາຄານກາງມຽນມາໄດ້ອອກແຈ້ງການວ່າ, ໂດຍອີງຕາມຂໍ້ຕົກລົງຂອງຄະນະກຳມະການຕິດຕາມຄຸ້ມຄອງເງິນຕາຕ່າງປະເທດມຽນມາ, ທະນາຄານກາງມຽນມາຈະປ່ອຍເງິນ 200 ລ້ານໂດລາສະຫະລັດເຂົ້າສູ່ຕະຫຼາດ ເພື່ອສະກັດກັ້ນບໍ່ໃຫ້ເງິນຈາດມຽນມາອ່ອນຄ່າລົງ ແລະ ສະກັດກັ້ນບໍ່ໃຫ້ລາຄານ້ຳມັນເຊື້ອໄຟ ແລະ ລາຄາສິນຄ້າພື້ນຖານເພີ່ມສູງຂຶ້ນຢ່າງວ່ອງໄວ.

ຕາມຂ່າວແຈ້ງວ່າ, ອັດຕາແລກປ່ຽນລະຫວ່າງເງິນຈາດມຽນມາຕໍ່ເງິນໂດລາສະຫະລັດໃນວັນທີ 31 ສິງຫາຜ່ານມານີ້ໄດ້ຕົກຕ່ຳລົງເປັນ 4300 ຈາດຕໍ່ 1 ໂດລາ ເຊິ່ງໄດ້ສ້າງສະຖິຕິຕ່ຳສຸດໃນປະຫວັດສາດ. ສ່ວນອັດຕາແລກປ່ຽນທາງການຂອງມຽນມາຍັງຮັກສາໄວ້ຢູ່ໃນລະດັບ 2100 ຈາດຕໍ່ 1 ໂດລາ.