ຈີນເຕືອນໃຫ້ອາເມຣິກາຍຸດຕິສົ່ງສັນຍານອັນຜິດພາດໃຫ້ແກ່ອິດທິກຳລັງແບ່ງແຍກ ໄຕ້ຫວັນອອກເປັນເອກະລາດ

2022-09-01 11:13:31 CRI

ໂດຍແນໃສ່ກໍລະນີທີ່ຜູ້ວ່າການລັດອາຣີໂຊນາທີ່ສັງກັດພັກຣີພັບບຣີກັນອາເມຣິກາໄປຢ້ຽມ ຢາມໄຕ້ຫວັນຂອງປະເທດຈີນ, ວັນທີ 31 ສິງຫາຜ່ານມາ, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງ ການຕ່າງປະເທດຈີນໄດ້ຊີ້ໃຫ້ເຫັນໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 31 ສິງຫາ ຜ່ານມາວ່າ: ຝ່າຍທີ່ກ່ຽວຂ້ອງຂອງອາເມຣິກາຄວນຍຸດຕິການສົ່ງສັນຍານອັນຜິດພາດໃຫ້ແກ່ ອິດທິກຳລັງແບ່ງແຍກໄຕ້ຫວັນອອກຈາກປະເທດຈີນເພື່ອການເປັນເອກະລາດ.

ທ່ານຈ້າວລີ້ຈ່ຽນກ່າວເນັ້ນວ່າໃນໂລກນີ້, ປະເທດຈີນມີພຽງປະເທດດຽວເທົ່ານັ້ນ, ໄຕ້ຫວັນແມ່ນພາກສ່ວນໜຶ່ງທີ່ແບ່ງແຍກອອກຈາກປະເທດຈີນບໍ່ໄດ້, ນັບແຕ່ໃດໆມາ, ຈີນກໍເດັດດ່ຽວຄັດຄ້ານອາເມຣິກາໄປມາຫາສູ່ກັນແບບທາງການກັບເຈົ້າໜ້າທີ່ໄຕ້ຫວັນ ບໍ່ວ່າໃນຮູບແບບໃດໆ ຫຼື ໃນນາມໃດໆກໍຕາມ. “ຈີນເຕືອນໃຫ້ຝ່າຍທີ່ກ່ຽວຂ້ອງຂອງອາເມຣິກາ ຈົ່ງເຄົາລົບຫຼັກການປະເທດຈີນດຽວ ແລະ ຂໍ້ກຳນົດທີ່ກ່ຽວຂ້ອງທີ່ລະບຸໄວ້ໃນຖະແຫຼງການຮ່ວມ 3 ສະບັບລະຫວ່າງຈີນ-ອາເມຣິກາ, ຍຸດຕິການໄປມາຫາສູ່ກັນແບບທາງການກັບເຈົ້າໜ້າທີ່ໄຕ້ຫວັນ ເຊິ່ງບໍ່ວ່າໃນຮູບແບບໃດໆກໍຕາມ, ຍຸດຕິສົ່ງສັນຍານອັນຜິດພາດໃຫ້ແກ່ອິດທິກຳລັງທີ່ ແບ່ງແບກໄຕ້ຫວັນໃຫ້ເປັນເອກະລາດ. ຈີນຈະນຳໃຊ້ມາດຕະການທີ່ແຂງແຮງ ເພື່ອປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຕົນຢ່າງເດັດດ່ຽວ.”