ຕະຫຼາດຊື້ຂາຍຫຼັກຊັບປັກກິ່ງສ້າງຕັ້ງຂຶ້ນຄົບຮອບ 1 ປີ

2022-09-01 15:54:16 cri

ວັນທີ 3 ກັນຍາ 2021, ຕະຫຼາດຊື້ຂາຍຫຼັກຊັບປັກກິ່ງໄດ້ຈົດທະບຽນແລະສ້າງຕັ້ງຂຶ້ນຢ່າງເປັນທາງການ. ນັບມາຮອດວັນທີ 31 ສິງຫາແລ້ວນີ້, ໃນຕະຫຼາດຊື້ຂາຍຫຼັກຊັບປັກກິ່ງມີບໍລິສັດຈົດທະບຽນຊື້ຂາຍຫຼັກຊັບ 106 ແຫ່ງ, ຍອດມູນຄ່າບັນລຸເຖິງເກືອບ 200 ຕື້ຢວນ.

ໃນບໍລິສັດທີ່ຈົດທະບຽນຊື້ຂາຍຫຼັກຊັບໃນຕະຫຼາດຊື້ຂາຍຫຼັກຊັບປັກກິ່ງມີວິສາຫະກິດຂະໜາດກາງແລະໜ້ອຍຫຼາຍກວ່າ 70%, ອຸດສາຫະກຳຍຸດທະສາດທີ່ພັດທະນາໃໝ່, ອຸດສາຫະກຳການຜະລິດທັນສະໄໝແລະອື່ນໆຫຼາຍກວ່າ 80%; ໃນນັ້ນມີ 23 ແຫ່ງແມ່ນວິສາຫະກິດທີ່ມີຄວາມຊ່ຽວຊານ, ຄວາມປານິດ, ມີເອກະລັກພິເສດແລະມີເຕັກນິກໃໝ່ທັນສະໄໝລະດັບຊາດ. ການສະເນີຂາຍຫຸ້ນຕໍ່ສາທາລະນະຊົນຂອງບໍລິສັດຕ່າງໆໃນຕະຫຼາດຊື້ຂາຍຫຼັກຊັບປັກກິ່ງສາມາດລະດົມທຶນໄດ້ 2.275,7 ຕື້ຢວນ, ສະເລ່ຍແລ້ວແຕ່ລະແຫ່ງໄດ້ລະດົມທຶນ 210 ລ້ານຢວນ.