ໜ່ວຍນັກບິນອະວະກາດ “ເຊີນໂຈ່ວ 14” ປະຕິບັດກິດຈະກຳຢູ່ນອກຍານເປັນຄັ້ງທຳອິດ

2022-09-01 21:13:05 cri

ວັນທີ 1 ກັນຍາ 2022, ໜ່ວຍນັກບິນອະວະກາດ ເຊີນໂຈ່ວ 14” ໄດ້ປະຕິບັດກິດຈະກຳຢູ່ນອກຍານເປັນຄັ້ງທຳອິດ. ເວລາ 15 ໂມງ 48 ນາທີ, ນັກບິນອະວະກາດໄດ້ປິດປະຕູຂັ້ນຫ້ອງທົດລອງເວີ້ນທ່ຽນ”, ຫຼັງຈາກນັ້ນ, ນັກບິນອະວະກາດສອງທ່ານ ຄື: ທ່ານເສີນຕຸ່ງ ແລະ ທ່ານນາງຫຼິວຢາງ ໄດ້ເຂົ້າຊຸດຢູ່ນອກຍານ ແລະ ເຮັດວຽກງານກະກຽມຕ່າງໆກ່ອນຈະປະຕິບັດກິດຈະກຳຢູ່ນອກຍານ.

ຮອດເວລາ 18 ໂມງ 26 ນາທີ, ທ່ານເສີງຕຸ່ງ, ນັກບິນອະວະກາດໄດ້ເປີດປະຕູຫ້ອງແອລ໊ອກຂອງຫ້ອງທົດລອງເວີ້ນທ່ຽນ”. ຫຼັງຈາກນັ້ນ, ທ່ານເສີນຕຸ່ງ ແລະ ທ່ານນາງຫຼິວຢາງ ໄດ້ປະຕິບັດກິດຈະກຳຢູ່ນະຍານ, ທ່ານຊ້າຍຊູ້ເຈີ ນັກບິນອະວະກາດອີກທ່ານໜຶ່ງ ເຮັດວຽກປະສານສົມທົບແລະຊ່ວຍໜູນ ຢູ່ໃນຫ້ອງແກນກາງ. ນັກບິນອະວະກາດທັງ 3 ທ່ານໄດ້ຮ່ວມກັນເຮັດສຳເລັດໜ້າທີ່ຕ່າງໆທີ່ກຳນົດໄວ້ ເຊັ່ນ: ການຕິດຕັ້ງຊຸດປ້ຳຂະຫຍາຍ ແລະ ປັບຄວາມສູງກອງຖ່າຍຮູບພາໂນຣາມາຂອງຫ້ອງທົດລອງເວີ້ນທ່ຽນແລະໜ້າທີ່ອື່ນໆ. ການປະຕິບັດກິດຈະກຳຢູ່ນອກຍານເທື່ອນີ້ຄາດວ່າຈະໃຊ້ເວລາປະມານ 7 ຊົ່ວໂມງຈຶ່ງຈະສຳເລັດ.