ສະຫະພາບເອີຣົບປະກາດໂຈະສັນຍາວ່າດ້ວຍການສ້າງຄວາມສະດວກດ້ານການອອກວີຊາແກ່ກັນກັບຣັດເຊຍ

2022-09-01 11:06:45 CRI

ວັນທີ 31 ສິງຫາຜ່ານມາຕາມເວລາທ້ອງຖິ່ນ, ທ່ານໂຈເຊຟ ໂບເຣວ ຜູ້ແທນຂັ້ນສູງດ້ານນະໂຍບາຍທາງການທູດແລະຄວາມໝັ້ນຄົງສະຫະພາບເອີຣົບປະກາດວ່າ, ໃນກອງປະຊຸມບໍ່ເປັນທາງການຂອງລັດຖະມົນການຕ່າງປະເທດສະຫະພາບເອີຣົບ ທີ່ຈັດຂຶ້ນຢູ່ນະຄອນຫຼວງປລາກຂອງສາທາລະນະລັດເຊັກໃນມື້ດຽວກັນ, ປະເທດສະມາຊິກສະຫະພາບເອີຣົບໄດ້ກ້າວເຖິງຂັ້ນມີຄວາມເຫັນທີ່ເປັນເອກະພາບກັນກ່ຽວກັບ “ການໂຈະສັນຍາວ່າດ້ວຍການສ້າງຄວາມສະດວກດ້ານການອອກວີຊາແກ່ກັນລະຫວ່າງສະຫະພາບເອີຣົບກັບຣັດເຊຍ ໂດຍຈະບໍ່ຮັດກຸມຂັ້ນຕອນການອອກວີຊາຄືເກົ່າອີກ.

ກ່ອນໜ້ານີ້, ສະຫະພາບເອີຣົບໄດ້ເພີ່ມຄວາມຈຳກັດໃນການອອກວີຊາແກ່ເຈົ້າໜ້າທີ່ລັດຖະບານ ແລະ ນັກທຸລະກິດຂອງຣັດເຊຍແລ້ວ. ເທື່ອນີ້, ໄດ້ໂຈະສັນຍາວ່າດ້ວຍການສ້າງຄວາມສະດວກດ້ານການອອກວີຊາຕື່ມອີກ, ນີ້ກໍໝາຍຄວາມວ່າ, ຊາວຣັດເຊຍຈະພົບກັບຄວາມຫຍຸ້ງຍາກຫຼາຍກວ່າເກົ່າ ໃນເວລາຂໍວີຊາຂອງປະເທດສະມາຊິກສະຫະພາບເອີຣົບ ໂດຍພວກເຂົາເຈົ້າຈະຕ້ອງລໍຖ້າດົນກວ່າເກົ່າ ແລະ ຈ່າຍຄ່າວີຊາສູງກວ່າເກົ່າ.