ຫວຽດນາມລາຍງານມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍລວມທັງໝົດເກືອບ 180.000 ກໍລະນີໃນປີ 2022 ນີ້

2022-09-01 14:16:37 cri

ວັນທີ 31 ສິງຫາຜ່ານມານີ້, ກະຊວງສາທາລະນະສຸກຫວຽດນາມເປີດເຜີຍໃຫ້ຮູ້ວ່າ: ໃນປີ 2022 ນີ້, ຫວຽດນາມໄດ້ລາຍງານມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍລວມທັງໝົດເກືອບ 180.000 ກໍລະນີ, ໃນນັ້ນ, ມີຜູ້ເສຍຊີວິດ 70 ຄົນ.

ອີງຕາມຂໍ້ມູນຈາກກະຊວງສາທາລະນະສຸກຫວຽດນາມໃຫ້ຮູ້ວ່າ: ນັບມາຮອດທ້າຍເດືອນສິງຫາຜ່ານມານີ້, ຫວຽດນາມໄດ້ລາຍງານມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍລວມທັງໝົດ 179.011 ກໍລະນີ, ໃນນັ້ນ, ຢູ່ນະຄອນໂຮຈີມິນແມ່ນຮ້າຍແຮງທີ່ສຸດ ມີ 46.044 ກໍລະນີ ເຊິ່ງເພີ່ມຂຶ້ນ 5,5 ເທົ່າຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ໃນໄລຍະມໍ່ໆມານີ້ ຢູ່ຫວຽດນາມມີອາກາດຮ້ອນ ແລະຝົນຕົກຫຼາຍຢ່າງຕໍ່ເນື່ອງ, ຢູ່ຫຼາຍທ້ອງຖິ່ນເກີດມີຍຸງລາຍຢ່າງຫຼວງຫຼາຍ, ສະນັ້ນ, ໃນເດືອນສິງຫາຜ່ານມານີ້, ສະພາບການແຜ່ລະບາດຂອງພະຍາດໄຂ້ຍຸງລາຍຢູ່ຫວຽດນາມຈຶ່ງນັບມື້ນັບຮ້າຍແຮງຂຶ້ນ. ອີງຕາມຂໍ້ມູນຈາກສູນປ້ອງກັນ ແລະຄວບຄຸມພະຍາດນະຄອນຫຼວງຮ່າໂນ້ຍໃຫ້ຮູ້ວ່າ: ໃນເດືອນສິງຫາຜ່ານມານີ້, ຢູ່ນະຄອນຫຼວງຮ່າໂນ້ຍ ໄດ້ກວດພົບຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ 800 ກໍລະນີ.