ອັດຕາເງິນເຟີ້ຢູ່ເຂດໃຊ້ເງິນເອີໂຣໃນເດືອນສິງຫາຜ່ານມາໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດອີກຄັ້ງໜຶ່ງ

2022-09-01 15:52:22 cri


ອີງຕາມຕົວເລກສະຖິຕິເບື້ອງຕົ້ນທີ່ອົງການສະຖິຕິສະຫະພາບເອີຣົບເປີດເຜີຍໃນວັນທີ 31 ສິງຫາ 2022 ສະແດງໃຫ້ເຫັນວ່າ, ຍ້ອນໄດ້ຮັບຜົນກະທົບຈາກສະຖານະການຢູ່ອູແກຣນ, ລາຄາພະລັງງານແລະອາຫານຢູ່ເຂດໃຊ້ເງິນເອີໂຣໄດ້ແພງຂຶ້ນຢ່າງຕໍ່ເນື່ອງ, ອັດຕາເງິນເຟີ້ໃນເດືອນສິງຫາແລ້ວນີ້ໄດ້ບັນລຸເຖິງ 9,1%, ເຊິ່ງເໜືອຄວາມຄາດຄິດຂອງຕະຫຼາດ, ແລະໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດອີກຄັ້ງໜຶ່ງ.

ຕົວເລກສະຖິຕິສະແດງໃຫ້ເຫັນວ່າ, ໃນເດືອນສິງຫາແລ້ວນີ້, ລາຄາພະລັງງານຢູ່ເຂດໃຊ້ເງິນເອີໂຣໄດ້ແພງຂຶ້ນ 38,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ເຊິ່ງເປັນສາເຫດຕົ້ນຕໍທີ່ພາໃຫ້ອັດຕາເງິນເຟີ້ສູງຂຶ້ນ. ນອກນີ້, ລາຄາອາຫານ, ເຫຼົ້າແລະຢາສູບໄດ້ແພງຂຶ້ນ 10,6%, ລາຄາຜະລິດຕະພັນອຸດສາຫະກຳທີ່ບໍ່ເປັນພະລັງງານໄດ້ແພງຂຶ້ນ 5%, ລາຄາບໍລິການໄດ້ແພງຂຶ້ນ 3,8%.

ນັບແຕ່ປີນີ້ເປັນຕົ້ນມາ, ອັດຕາເງິນເຟີ້ຢູ່ເຂດໃຊ້ເງິນເອີໂຣໄດ້ສູງຂຶ້ນຢ່າງຕໍ່ເນື່ອງ. ເພື່ອສະກັດກັ້ນບໍ່ໃຫ້ອັດຕາເງິນເຟີ້ສູງຂຶ້ນອີກ, ໃນເດືອນກໍລະກົດປີນີ້ທະນາຄານກາງເອີຣົບໄດ້ປັບຂຶ້ນອັດຕາດອກເບັ້ຍເປັນຄັ້ງທຳອິດໃນຮອບ 10 ປີຜ່ານມາ.