ໃຫ້ທຸກຄົນຮ່ວມກັນຊົມໃຊ້ຊີວິດທີ່ປອດໃສ

2022-09-02 14:36:42 CRI



 ຖ້າທົ່ວປວງຊົນບໍ່ມີສຸຂະພາບທີ່ເຂັ້ມແຂງ ກໍຈະບໍ່ມີຄວາມອີ່ມໜຳ ສຳລານຮອບດ້ານ. ຈີນໄດ້ຍຶດໝັ້ນຖືເອົາການຮັບປະກັນສຸຂະພາບຂອງ ປະຊາຊົນໄວ້ຢູ່ໃນຖານະຍຸດທະສາດການພັດທະນາເປັນບຸລິມະສິດ, ພະຍາຍາມ ສູ້ຊົນຮັບປະກັນສຸຂະພາບຂອງປະຊາຊົນຢ່າງຮອບດ້ານແລະຕະຫຼອດຂະບວນ ການ, ເລັ່ງລັດເສີມຂະຫຍາຍຊັບພະຍາກອນການແພດທີ່ມີຄຸນນະພາບດີ ແລະວາງແຜນຈັດສັນຊັບພະຍາກອນການແພດຢ່າງສະໝ່ຳສະເໝີໃນແຕ່ລະເຂດແຄວ້ນ. ສຸຂະພາບຂອງປະຊາຊົນໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຕໍ່ເນື່ອງ.



ໂຮງໝໍຮາກຖານຈະສ້າງໄດ້ດີຫຼືບໍ່ແມ່ນພົວພັນໂດຍກົງເຖິງປະຊາຊົນວ່າຈະເຂົ້າເຖິງການບໍລິການປິ່ນປົວຢ່າງສະດວກວ່ອງໄວໄດ້ຫຼືບໍ່? ຕາແສງຊືເຢ້ນະຄອນ ເຈີ້ນຈ່ຽງແຂວງຈ່ຽງຊູເປັນດອນນ້ອຍແຫ່ງໜຶ່ງຍື່ນເຂົ້າໄປແມ່ນ້ຳຢາງຊີກຽງ. ຜ່ານມາ, ຊາວບ້ານທົ່ວຕາແສງປະມານ14.000 ຄົນແມ່ນຝາກຄວາມຫວັງໄວ້ນຳ ໂຮງໝໍຢູ່ເທິງດອນທີ່ເປັນໂຮງໝໍນ້ອຍໆເພື່ອປິ່ນປົວພະຍາດໜັກແລະເບົາທັງໝົດ.



 ໃນເວລາສຳຫຼວດກວດກາວຽກງານຢູ່ໂຮງໝໍຕາແສງຊືເຢ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວເນັ້ນໜັກວ່າ: ຕ້ອງຊຸກຍູ້ການປະຕິບັດວຽກງານຈຸດສຸມດ້ານ ສາທາລະນະສຸກແລະຈັດສັນຊັບພະຍາກອນການແພດລົງເຖິງຮາກຖານ, ຊຸກຍູ້ ການບໍລິການສາທາລະນະພື້ນຖານຢູ່ຕົວເມືອງແລະຊົນນະບົດໃຫ້ມີຄວາມສະໝ່ຳສະເໝີ, ສະໜອງການບໍລິການສາທາລະນະສຸກແລະການປິ່ນປົວຂັ້ນພື້ນຖານ ທີ່ປອດໄພ,ມີປະສິດທິພາບ, ສະດວກສະບາຍ ແລະລາຄາຖືກໃຫ້ກັບປະຊາຊົນ, ແກ້ໄຂບັນຫາຫຍຸ້ງຍາກໃນການປິ່ນປົວພະຍາດແລະລາຄາປິ່ນປົວແພງໃຫ້ແກ່ປະຊາຊົນຂັ້ນຮາກຖານໃຫ້ດີຢ່າງແທ້ຈິງ. ເວລາ 8 ປີຜ່ານໄປແລ້ວ, ປັດຈຸບັນ, ໂຮງໝໍຕາແສງຊືເຢ້ໄດ້ຮ່ວມມືກັບກຸ່ມສະຖາບັນການປິ່ນປົວນະຄອນເຈີ້ນຈ່ຽງສ້າງຕັ້ງສຳນັກງານບໍລິການປິ່ນປົວຮ່ວມ 6 ພະແນກເຊັ່ນ: ພະແນກຫຼອດເລືອດຫົວ ໃຈແລະອື່ນໆ, ປະລິມານຮັບການກວດກາແລະບົ່ງມະຕິພະຍາດໃຫ້ຄົນເຈັບ ໃນໜຶ່ງປີແມ່ນໄດ້ເພີ່ມຂຶ້ນ 40% ເມື່ອທຽບໃສ່ປີ2014, ອັດຕາທີ່ປະຊາຊົນ ຮາກຖານເຂົ້າໄປໃຊ້ບໍລິການກວດກາແລະບົ່ງມະຕິພະຍາດບັນລຸເຖິງ 83%, ເຊິ່ງໄດ້ ບັນລຸເປົ້າໝາຍທີ່ປະຊາຊົນເຈັບເປັນເລັກນ້ອຍແມ່ນປິ່ນປົວຢູ່ໃນຕາແສງແລະເຈັບໜັກມີການຮັບປະກັນ.



ໃຫ້ປະຊາຊົນສະດວກໃນການປິ່ນປົວພະຍາດ,ປິ່ນປົວໃຫ້ດີ ແລະສາມາດຈ່າຍຄ່າປິ່ນປົວໄດ້. ຈີນໄດ້ອີງອາໄສເວັບໄຊຂໍ້ມູນຂ່າວສານປະກັນສຸຂະພາບທີ່ ເປັນເອກະພາບກັນໃນທົ່ວປະເທດ, ແຕ່ລະເມືອງຕ່າງກໍໄດ້ບັນລຸເປົ້າໝາຍ ທີ່ຊຳລະສະສາງຄ່າບໍລິການປິ່ນປົວເຊິ່ງລວມທັງຄ່າກວດກາແລະບົ່ງມະຕິດ້ວຍການປະກັນສຸຂະພາບໄດ້ແບບຂ້າມແຂວງ, ເຊິ່ງໄດ້ຫຼຸດພາລະດ້ານການປິ່ນປົວ ພະຍາດໃຫ້ກັບປະຊາຊົນ, ແຕ່ລະປີ,ການປະກັນສຸຂະພາບຂັ້ນພື້ນຖານໄດ້ສ້າງ ຜົນປະໂຫຍດໃຫ້ກັບປະຊາຊົນເກືອບ4ຕື້ເທື່ອຄົນ. ຜ່ານຈາກການເຈລະຈາຫຼຸດ ລາຄາແລະການເອົາເງິນຄືນຈາກລະບົບປະກັນສຸຂະພາບ, ແມ່ນສາມາດຫຼຸດ ພາລະດ້ານຄ່າປິ່ນປົວພະຍາດໃຫ້ກັບປະຊາຊົນຫຼາຍກວ່າ 240 ຕື້ຢວນ.