ຈີນເດັດດ່ຽວຄັດຄ້ານອາເມຣິກາທີ່ໃຊ້ມາດຕະການຄຸ້ມຄອງການສົ່ງອອກທົ່ວທີບ ເພື່ອຈຳກັດການສົ່ງອອກເຄິ່ງຕົວນຳສູ່ຈີນ

2022-09-02 10:56:34 CRI

ບໍລິສັດອອກແບບຊິບເອັນວີເດຍ(NVIDIA) ອາເມຣິກາ ໄດແຈ້ງໃຫ້ຮູ້ໃນວັນທີ 31 ສິງຫາຜ່ານມານີ້ວ່າ: ບໍລິສັດຕົນໄດ້ຖືກລັດຖະບານອາເມຣິກາຈຳກັດການສົ່ງອອກຊິບຄຳນວນ GPU ຫຼ້າສຸດລຸ້ນ A100 ແລະລຸ້ນ H100 ທີ່ນຳໃຊ້ເຂົ້າໃນການເລັ່ງຄວາມໄວການຄຳນວນ ຂອງສະໝອງກົນອັດສະລິຍະນັ້ນໄປສູ່ຈີນ.

ໂດຍແນໃສ່ກໍລະນີດັ່ງກ່າວ, ທ່ານນາງຊູ້ຢູ້ຖິງ ໂຄສົກກະຊວງການຄ້າຈີນ ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 1 ກັນຍານີ້ວ່າ: ໃນໄລຍະຜ່ານມາ, ອາເມຣິກາໄດ້ນຳໃຊ້ມາດຕະການຄຸ້ມຄອງແລະຄວບຄຸມການສົ່ງອອກໂດຍທົ່ວທີບມາຫຼາຍເທື່ອແລ້ວ ເພື່ອຈຳກັດການສົ່ງອອກສູ່ຈີນໃນຂົງເຂດເຄິ່ງຕົວນຳ, ການກະທຳແບບນີ້ຂອງອາເມຣິກາ ໄດ້ຝືນກັບຫຼັກການແຂ່ງຂັນຢ່າງຍຸຕິທຳ, ຝືນກັບກົດລະບຽບເສດຖະກິດການຄ້າສາກົນ ເຊິ່ງບໍ່ພຽງແຕ່ໄດ້ທຳລາຍຜົນປະໂຫຍດອັນຊອບທຳຂອງວິສາຫະກິດຈີນເທົ່ານັ້ນ, ແຕ່ຍັງຈະສ້າງຜົນກະທົບຕໍ່ຜົນປະໂຫຍດຂອງວິສາຫະກິດອາເມຣິກາເອງຢ່າງໜັກໜ່ວງ, ສະກັດກັ້ນການຮ່ວມມືດ້ານການແລກປ່ຽນວິສາຫະກິດເຕັກນິກ ແລະ ເສດຖະກິດການຄ້າສາກົນອີກດ້ວຍ ເຊິ່ງຈະສົ່ງຜົນກະທົບຕໍ່ຄວາມໝັ້ນທ່ຽງຂອງຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງ ກໍຄືການຟື້ນຟູຄືນໃໝ່ຂອງເສດຖະກິດໂລກ. ອາເມຣິກາຄວນຍຸດຕິການກະທຳອັນຜິດພາດດັ່ງກ່າວໃນທັນທີ, ປະຕິບັດຕໍ່ວິສາຫະກິດປະເທດຕ່າງໆ ລວມທັງວິສາຫະກິດຈີນຢ່າງຍຸຕິທຳ ແລະ ກະທຳແຕ່ສິ່ງທີ່ມີຜົນດີຕໍ່ຄວາມໝັ້ນທ່ຽງຂອງເສດຖະກິດໂລກ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ