ກອງທະຫານອາເມຣິກາໄດ້ຂົນນ້ຳມັນເຊື້ອໄຟອີກງວດໜຶ່ງທີ່ລັກຂຸດຄົ້ນຢູ່ພາກຕາເວັນອອກສຽງເໜືອຊີຣີໄປອີຣັກ

2022-09-02 10:52:14 CRI

ວັນທີ 1 ກັນຍານີ້, ຂ່າວສານຊີຣີລາຍງານວ່າ, ມື້ດຽວກັນ, ກອງທະຫານອາເມຣິກາໄດ້ຂົນນ້ຳມັນເຊື້ອໄຟອີກງວດໜຶ່ງທີ່ລັກຂຸດຄົ້ນຢູ່ພາກຕາເວັນອອກສຽງເໜືອຊີຣີໄປອີຣັກ.

ຂ່າວສານຊີຣີໄດ້ລາຍງານໂດຍອ້າງຕາມຄຳເວົ້າຂອງບຸກຄົນພາຍໃນທ້ອງຖິ່ນວ່າ, ມື້ດຽວກັນ, ກອງທະຫານອາເມຣິກາໄດ້ຂົນນ້ຳມັນເຊື້ອໄຟອີກງວດໜຶ່ງທີ່ລັກຂຸດຄົ້ນຢູ່ພາກຕາເວັນອອກສຽງເໜືອຊີຣີໄປອີຣັກ ດ້ວຍລົດຂົນສົ່ງນ້ຳມັນ 73 ຄັນ. ມື້ດຽວກັນ, ກອງທະຫານອາເມຣິກາຍັງໄດ້ສົ່ງລົດຂະບວນທີ 2 ທີ່ປະກອບດ້ວຍລົດຫຸ້ມເກາະ 2 ຄັນ, ລົດຂົນສົ່ງນ້ຳມັນ ແລະ ລົດໃຫຍ່ 25 ຄັນ, ລົດເຫຼົ່ານີ້ໄດ້ບັນທຸກອຸປະກອນປະເພດຕ່າງໆ, ບໍ່ຮູ້ວ່າລົດບາງຄັນໄດ້ບັນທຸກຫຍັງ ຍ້ອນ “ຖືກປົກປິດ” .